|
 |
|
|
|
ປະກາດແຈ້ງ ການຂອງ ຄະນະກຳມະການເລືອກຕັ້ງລະດັບຊາດ
ວ່າດ້ວຍການປະກາດລາຍຊື່ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດ ທີ VII
___________________
- ອີງໃສ່ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະບັບປັບປຸງ ມາດຕາ 12 ກ່ຽວກັບມາດຖານຂອງຜູ້ສະໝັກຮັບເລືອກຕັ້ງ ແລະ ມາດຕາ 15 ກ່ຽວກັບການປະກາດລາຍຊື່ ຜູ້ສະໝັກຮັບເລືອກຕັ້ງ .
- ອີງໃສ່ລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 021 / ສປປ , ລົງວັນທີ 1/3/2011 ວ່າດ້ວຍການປະກາດຈຳນວນຜູ້ສະໝັກຮັບ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດຊຸດທີ VII ຢູ່ແຕ່ລະເຂດເລືອກຕັ້ງ .
- ອີງຕາມການຄົ້ນຄວ້ານຳສະເໜີຂອງກະຊວງ - ອົງການ ແລະ ທ້ອງຖິ່ນໃນທົ່ວ ປະເທດ .
ຜ່ານການຄົ້ນຄວ້າພິຈາລະນາຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະກຳມະການເລືອກຕັ້ງລະດັບຊາດຄັ້ງວັນທີ 28/2/2011. ຄະນະກຳມະການ ເລືອກຕັ້ງລະດັບຊາດປະກາດ ແຈ້ງການ ກ່ຽວກັບລາຍຊື່ ຜູ້ສະໝັກ ຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ຢູ່ເຂດເລືອກຕັ້ງຕ່າງໆໃນທົ່ວປະເທດຊຶ່ງປະ ກອບມີດັ່ງນີ້ :
I. ລາຍຊື່ຂອງຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ຢູ່ແຕ່ລະເຂດເລືອກຕັ້ງມີຄື :
v ເຂດເລືອກຕັ້ງທີ 1 : ນະ ຄອນ ຫລວງ ວຽງ ຈັນ .
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 21 ທ່ານ ເລືອກເອົາ 15 ທ່ານ )
-
ທ່ານດຣ . ຄຳເຜີຍ ປານມະໄລທອງ , ກຳມະການສູນກາງພັກ , ເລຂາຄະນະພັກ , ຫົວໜ້າສະຖາບັນວິທະຍາສາດສັງຄົມແຫ່ງຊາດ , ເຜົ່າລາວ .
-
ທ່ານ ສົມວັນດີ ນາຖາວົງສ໌ ຮອງເລຂາຄະນະພັກ , ຮອງເຈົ້າຄອງນະຄອນຫຼວງວຽງຈັນ , ປະທານຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ .
-
ທ່ານສຈ . ດຣ . ກິ ແກ້ວ ໄຂ ຄຳ ພິທູນ , ກຳມະການສູນກາງພັກ , ເລຂາຄະນະພັກ , ຫົວໜ້າສະຖາບັນການເມືອງ - ການປົກຄອງແຫ່ງຊາດ , ສະມາຊິກສະພາ ແຫ່ງຊາດຊຸດທີ VI, ເຜົ່າລາວ .
-
ທ່ານ ບຸນທ່ຽງ ຂຸນສີ , ກຳມະການປະຈຳພັກນະຄອນຫລວງວຽງຈັນ , ເລຂາຄະນະພັກເມືອງ , ເຈົ້າ ເມືອງໆສັງທອງ , ເຜົ່າລາວ .
-
ທ່ານ ດຣ . ດວງ ສະຫວັດ ສຸພານຸວົງ , ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ , ສະມາ ຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ .
-
ທ່ານ ອຸ່ນເຮືອນ ໂພທິລາດ , ກຳມະການພັກນະຄອນຫລວງວຽງຈັນ , ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ , ສະມາຊິກສະພາ ແຫ່ງຊາດ ຊຸດທີ VI, ເຜົ່າລາວ .
-
ທ່ານ ດຣ . ນ . ສຸວັນເພັງ ບຸບຜານຸວົງ , ຮອງປະທານກຳມາທິການ ເສດຖະກິດແຜນການ - ການເງິນ ສະພາແຫ່ງຊາດ , ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ .
-
ທ່ານ ບົວເງິນ ຊາພູວົງ , ຮອງເລຂາຄະນະພັກກະຊວງ , ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລ່ງ ຂ່າວແລະວັດທະນາທຳ , ສະມາຊິກສະພາແຫ່ງ ຊາດຊຸດທີ VI, ເຜົ່າລາວ .
-
ທ່ານ ນາງ ວັນເພັງ ແກ້ວນະຄອນ , ກຳມະການພັກນະຄອນຫລວງວຽງຈັນ , ຫົວໜ້າພະແນກ ຖະແຫຼງຂ່າວ - ວັດທະນາທຳນະຄອນຫຼວງວຽງຈັນ , ສະມາຊິກສະພາແຫ່ງຊາດຊຸດ ທີ VI, ເຜົ່າລາວ
-
ທ່ານ ດຣ . ກຸແກ້ວ ອັກຄະມົນຕີ , ຮອງປະທານກຳມາທິການ - ການຕ່າງປະເທດ ສະພາ ແຫ່ງຊາດ , ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ .
-
ທ່ານສຈ . ດຣ . ນາງບຸນ ຍົງບຸບຜາ , ຮອງປະທານກຳມາທິການ - ການຕ່າງປະເທດສະພາ ແຫ່ງຊາດ , ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ .
-
ທ່ານ ພັນເອກ ດຣ . ສົມ ຫວັງ ທຳມະສິດ , ກຳມະການຄະນະພັກກະຊວງ , ຫົວໜ້າກົມວິທະຍາສາດ - ປະຫວັດສາດກະຊວງປ້ອງກັນຄວາມສະຫງົບ , ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າລາວ .
-
ທ່ານດຣ . ນາງບົວຄຳ ທິບພະວົງ , ຮອງຫົວໜ້າກົມການຄ້າພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ , ກຳມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ , ປະທານສະຫະພັນແມ່ຍິງ ກະຊວງ , ເຜົ່າລາວ .
-
ທ່ານ ນາງ ຄຳຟອງ ພູມວົງໄຊ , ຫົວໜ້າຫ້ອງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ , ເຜົ່າລາວ .
-
ທ່ານ ບຸນວັນ ຈະສົ້ວເກົ້າ , ກຳມະການປະຈຳພັກເມືອງ , ປະທານກວດກາເມືອງໄຊທານີ ນະຄອນຫລວງວຽງຈັນ , ເຜົ່າມົ້ງ .
-
ທ່ານ ລາດຊະນີວົງ ອະມາຣາທິທາດາ, ກຳມະການພັກນະຄອນຫລວງວຽງຈັນ , ຫົວໜ້າພະແນກກະສິກຳ - ປ່າໄມ້ນະຄອນຫຼວງວຽງຈັນ , ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ .
-
ທ່ານ ນາງ ລຳພອຍ ສີອັກຄະຈັນ , ກຳມະການພັກນະຄອນຫລວງວຽງຈັນ , ກຳມະການຄະນະບໍລິ ຫານງານສູນກາງສະຫະພັນແມ່ຍິງ , ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ , ເຜົ່າລາວ .
-
ທ່ານ ບຸນທາມ ພຸດທະວົງສາ , ກຳມະການພັກນະຄອນຫລວງວຽງຈັນ , ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ , ເຜົ່າລາວ .
-
ທ່ານ ພັນໂທ ບຸນເພັງ ສິດທິສັກ , ຮອງເລຂາຄະນະພັກກອງບັນຊາການທະຫານນະຄອນຫຼວງວຽງຈັນ , ເຜົ່າລາວ .
-
ທ່ານ ດຣ . ສີສະຫຼຽວ ສະແຫວງສຶກສາ , ອຳນວຍການບໍລິສັດຜະລິດຕະພັນກະສິກອນລາວ , ເຜົ່າລາວ .
-
ທ່ານດຣ . ເກດແກ້ວ ສີຫາລາດ , ເລຂາຄະນະພັກຮາກຖານ , ຮອງປະທານອົງການພັດທະນາບໍລິຫານຕົວເມືອງນະຄອນຫລວງວຽງຈັນ , ເຜົ່າລາວ .
v ເຂດເລືອກຕັ້ງທີ 2 : ແຂວງຜົ້ງສາລີ .
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 7 ທ່ານ ເລືອກເອົາ 5 ທ່ານ)
- ທ່ານ ຄຳຈັນ ຄຳວົງໃຈ, ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ຜົ້ງສາລີ, ເຜົ່າກຶມມຸ.
- ທ່ານ ຄຳປິງ ແສງຕານນະລາດ, ກຳມະການພັກກະຊວງ, ຫົວໜ້າກົມກວດກາກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ເຜົ່າຜູ້ນ້ອຍ.
- ທ່ານ ຈັນສີ ແສງສົມພູ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງຜົ້ງສາລີ, ເຜົ່າລື້.
- ທ່ານ ສີແກ້ວ ສີປະຈັກ, ຮອງຫົວໜ້າຄະນະຈັດຕັ້ງ ແຂວງຜົ້ງສາລີ, ເຜົ່າຜູ້ນ້ອຍ.
- ທ່ານ ນາງ ຈັນມະນີ ນາມວົງ ,ຮອງປະທານກຳມະບານແຂວງຜົ້ງສາລີ, ເຜົ່າລື້.
- ທ່ານ ທອງຄຳ ລີລາວົງ, ຮອງຫົວໜ້າພະແນກຍຸຕິທຳແຂວງຜົ້ງສາລີ, ເຜົ່າອາຄາ.
- ທ່ານ ພູເງິນ ສີຫາບຸດ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດເລືອກຕັ້ງທີ2ແຂວງຜົ້ງ ສາລີ, ເຜົ່າລາວ.
v ເຂດເລືອກຕັ້ງທີ 3 : ແຂວງຫລວງນ້ຳທາ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 7 ທ່ານ ເລືອກເອົາ 5 ທ່ານ)
- ທ່ານ ວອນຄຳ ເພັດທະວົງ, ກຳມະການປະຈຳພັກແຂວງຫລວງນ້ຳທາ, ຫົວໜ້າຄະນະບໍລິຫານ ເຂດເສດຖະກິດພິເສດບໍ່ເຕັນ-ແດນຄຳ, ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ ທີ 3, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າໄຕ.
- ທ່ານ ນາງ ບັນດິດ ປະທຸມວັນ, ກຳມະການຄະນະພັກ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ເຜົ່າລາວ.
- ທ່ານ ຮສຈ,ດຣ. ຄຳເຫລັກ ໄຊດາລາ, ກຳມະການພັກແຂວງຫລວງນ້ຳທາ, ຫົວໜ້າພະແນກກະສິກຳ-ປ່າໄມ້ ແຂວງຫລວງນ້ຳທາ, ເຜົ່າຜູ້ນ້ອຍ.
- ທ່ານ ນາງ ລັດສະໝີ ມິ່ງບຸບຜາ, ກຳມະການພັກແຂວງ, ຜູ້ປະຈຳການຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ3ແຂວງຫລວງນ້ຳທາ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າກຶມມຸ.
- ທ່ານນາງ ສາຍຄຳ ແກ້ວພິລາ, ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມຄວາມກ້າວ ໜ້າແມ່ຍິງ ແຂວງຫລວງນ້ຳທາ, ເຜົ່າໄຕ.
- ທ່ານ ກົງເພັດ ແກ້ວບົວພາ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດເລືອກຕັ້ງທີ 3 ແຂວງຫລວງ ນ້ຳທາ, ເຜົ່າກຶມມຸ.
- ທ່ານ ເປີແລ ທົງສະໄຫວ, ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຫລວງນ້ຳທາ, ເຜົ່າແລ່ນແຕນ.
v ເຂດເລືອກຕັ້ງທີ 4 : ແຂວງອຸດົມໄຊ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 9 ທ່ານ ເລືອກເອົາ 6 ທ່ານ)
- ທ່ານ ບຸນລອດ ອ່ອນພະຈັນ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ອຸດົມໄຊ, ເຜົ່າລື້.
- ທ່ານ ຄຳຊາວ ໄກຊົງ, ຫົວໜ້າກົມບັນດາເຜົ່າ ສະພາແຫ່ງຊາດ, ເຜົ່າມົ້ງ.
- ທ່ານ ຫຸມແພງ ສິດທິວົງ, ກຳມະການພັກແຂວງ,ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ, ເຜົ່າກຶມມຸ.
- ທ່ານ ນາງ ສົມຈັນ ຈິດວົງເດືອນ, ຜູ້ປະຈຳການຄະນະສະມາຊິກສະພາແຫ່ງຊາດເຂດ ເລືອກຕັ້ງທີ 4 ແຂວງອຸດົມໄຊ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າກຶມມຸ.
- ທ່ານ ພອນສະຫວັນ ພັນທະວິຈິດ, ກຳມະການພັກແຂວງ,ຫົວໜ້າພະແນກຖະແຫຼ່ງຂ່າວ- ວັດທະ ນາທຳແຂວງອຸດົມໄຊ, ເຜົ່າລາວ.
- ທ່ານ ນາງ ຄຳພອນ ພິມມະຈັນ, ຮອງປະທານສະຫະພັນກຳມະບານແຂວງອຸດົມໄຊ, ເຜົ່າ ກຶມມຸ.
- ທ່ານ ມໍຊົງ, ປະທານສານປະຊາຊົນແຂວງອຸດົມໄຊ, ເຜົ່າມົ້ງ.
- ທ່ານ ພັນໂທ ບຸນຍົງ ໜໍ່ແກ້ວ, ກຳມະການພັກກອງບັນຊາການທະຫານແຂວງ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ເຜົ່າຜູ້ນ້ອຍ.
- ທ່ານ ບຸນທັນ ສຸລິຍະວົງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ, ເຜົ່າລື້.
v ເຂດເລືອກຕັ້ງທີ 5 : ແຂວງບໍ່ແກ້ວ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 7 ທ່ານ ເລືອກເອົາ 5 ທ່ານ)
- ທ່ານ ວິໄຊກອນ ວັນນະຈອມຈັນ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດ ແຂວງບໍ່ແກ້ວ, ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 5, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າລື້.
- ທ່ານ ດຣ. ອຸ່ນແກ້ວ ວຸທິລາດ ຮອງປະທານກຳມາທິການກົດໝາຍສະພາແຫ່ງ ຊາດ,ກຳມະການຄະນະພັກສະພາແຫ່ງຊາດ,ສະມາຊິກສະພາ ແຫ່ງຊາດຊຸດທີ VI, ເຜົ່າຜູ້ນ້ອຍ.
- ທ່ານ ອູລາວັນ ບຸນທະຈັກ ກຳມະການພັກແຂວງ, ເລຂາພັກເມືອງ,ເຈົ້າເມືອງ ໆ ປາກທາ ແຂວງບໍ່ແກ້ວ, ເຜົ່າລາວ.
- ທ່ານ ລີຕຸເລັ່ງ ຈົງເຕັງ ກຳມະການພັກແຂວງ, ຮອງປະທານແນວລາວສ້າງຊາດ ແຂວງບໍ່ແກ້ວ, ເຜົ່າມົ້ງ.
- ທ່ານ ດຣ.ນາງ ຄຳຈອມພູ ສິລິທຳ ຮອງປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ, ເຜົ່າຜູ້ໄທ.
- ທ່ານ ພັນໂທ ຈັນນວນ ອວນຄະນະຈັກ ຮອງເລຂາຄະນະພັກກອງບັນຊາການ, ຮອງຫົວ ໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ, ເຜົ່າລະເມດ.
- ທ່ານ ອິນຄຳ ຫລວງລືໄຊ ຫົວໜ້າຫ້ອງວ່າການສະພາແຫ່ງຊາດປະຈຳເຂດ ເລືອກ ຕັ້ງທີ 5 ແຂວງບໍ່ແກ້ວ, ເຜົ່າລື້.
v ເຂດເລືອກຕັ້ງທີ 6 : ແຂວງຫລວງພະບາງ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 13 ທ່ານ ເລືອກເອົາ 9 ທ່ານ)
- ທ່ານ ບົວທອງ ແພງສະຫວັນ ກຳມະການປະຈຳພັກແຂວງ,ປະທານກວດກາ ພັກ-ລັດ ແຂວງຫລວງພະບາງ, ເຜົ່າກຶມມຸ.
- ທ່ານ ດຣ.ບຸນທະວີ ສີສຸພັນທອງ, ກຳມະການພັກກະຊວງ, ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ, ເຜົ່າລາວ.
- ທ່ານ ສິງຕັນ ໄຊລືຊົງ, ກຳມະການພັກແຂວງ, ຜູ້ປະຈຳການຄະນະສະ ມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 6 ແຂວງ ຫລວງພະບາງ ,ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າມົ້ງ.
- ທ່ານ ພົນຈັດຕະວາ ວິໄລ ດວງມະນີ, ກຳມະການພັກກະຊວງປ້ອງກັນຄວາມສະຫງົບ, ຜູ້ອຳນວຍການວິທະຍາຄານປ້ອງກັນຄວາມ ສະຫງົບແຫ່ງ ຊາດ, ເຜົ່າມົ້ງ.
- ທ່ານ ວິເສດ ສະແຫວງສຶກສາ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ,ເຜົ່າ ລາວ.
- ທ່ານ ຫຸມພັນ ທຳມຸງຄຸນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດເລືອກ ຕັ້ງທີ 6 ແຂວງຫລວງພະບາງ, ເຜົ່າລາວ.
- ທ່ານ ບຸນທອນ ສິດສຸວົງ ຜູ້ອຳນວຍການບໍລິສັດ3 ຫຼຽມພັດທະນາເສດຖະກິດ , ເຜົ່າກຶມມຸ.
- ທ່ານ ນາງ ອຳພອນ ສີວິໄລສັກ ກຳມະການພັກແຂວງ, ກຳມະການຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ,ປະທານສະຫະພັນແມ່ຍິງ ແຂວງຫລວງພະບາງ, ເຜົ່າລາວ.
- ທ່ານ ຄອນສີ ຄອນຈະເລີນ ຮອງຫົວໜ້າພະແນກຍຸຕິທຳແຂວງຫລວງພະບາງ, ເຜົ່າລາວ.
- ທ່ານ ບຸນທຳ ແສນພັນສິລ,ິ ອຳນວຍການລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງ ຫລວງພະບາງ, ເຜົ່າລາວ.
- ທ່ານ ພັນໂທ ຄຳຜຸຍ ວັນນະຈິດ, ກຳມະການຄະນະພັກກອງ ບັນຊາການ,ຮອງຫົວ ໜ້າກອງບັນຊາການທະຫານແຂວງຫລວງພະບາງ, ເຜົ່າກຶມມຸ.
- ທ່ານ ນາງ ອິນທະວອນ ພົມມະຈັນ, ກຳມະການປະຈຳພັກເມືອງ, ປະທານສະຫະພັນ ແມ່ຍິງ ເມືອງຫລວງພະບາງ, ເຜົ່າລາວ.
- ທ່ານ ບຸນເລື່ອນ ມະນີວົງ ຮອງຫົວໜ້າໄອຍະການ ປະຊາຊົນແຂວງຫລວງ ພະບາງ, ເຜົ່າລາວ.
v ເຂດເລືອກຕັ້ງທີ 7 : ແຂວງໄຊຍະບູລີ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 10 ທ່ານ ເລືອກເອົາ 7 ທ່ານ)
- ທ່ານ ນາງ ປານີ ຢາທໍ່ຕູ້ ,ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ,ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າມົ້ງ.
- ທ່ານ ຄຳສຸກ ທ່ໍ ຮອງເລຂາຄະນະພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ເຜົ່າມົ້ງ.
- ທ່ານ ວົງຈັນ ພົມສະຫວັດ ຮອງເລຂາຄະນະພັກ,ຮອງປະທານສູນກາງແນວລາວສ້າງຊາດ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າ ກຶມມຸ.
- ທ່ານ ທອງດີ ພັບບົວອອນ ກຳມະການພັກແຂວງ,ເລຂາພັກເມືອງ,ເຈົ້າ ເມືອງ ໆຄອບ, ເຜົ່າລາວ.
- ທ່ານ ພັນເອກ ຄຳສຸກ ວີອິນທະວົງ ຮອງເລຂາຄະນະພັກກອງບັນຊາການ, ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊຍະບູລີ, ເຜົ່າໄຕດຳ.
- ທ່ານ ນາງ ອິດມະນີ ຈັນທະຄູນ ຮອງປະທານແນວລາວສ້າງຊາດແຂວງໄຊຍະບູລີ, ເຜົ່າໄຕດຳ.
- ທ່ານ ຈັນຖະໜອມ ວົງສົມຈິດ ກຳມະການພັກແຂວງ, ຫົວໜ້າພະແນກແຜນ ການ-ການ ລົງທຶນແຂວງໄຊຍະບູລີ, ເຜົ່າລາວ.
- ທ່ານ ດຣ. ຄຳຫລ້າ ພູທອນສີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກສາ ທາລະນະສຸກແຂວງໄຊຍະບູລີ, ເຜົ່າລາວ.
- ທ່ານ ພັນໂທ ຄຳຜາຍ ວິໄລພອນ ຮອງເລຂາຄະນະພັກກອງບັນຊາການ, ຮອງຫົວ ໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງໄຊຍະບູລີ, ເຜົ່າກຶມມຸ.
- ທ່ານ ຫຸມພັນ ພິມສະຫວັດ ຮອງເລຂາຄະນະພັກເມືອງໆພຽງ ແຂວງໄຊຍະບູລີ, ເຜົ່າລາວ.
v ເຂດເລືອກຕັ້ງທີ 8 : ແຂວງຫົວພັນ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 9 ທ່ານ ເລືອກເອົາ 6 ທ່ານ)
- ທ່ານ ສົມພັນ ແພງຄຳມີ ກຳມະການສູນກາງພັກ,ເລຂາຄະນະພັກ, ຫົວໜ້າ ອົງ ການໄອຍະການປະຊາຊົນສູງສຸດ, ເຜົ່າລາວ.
- ທ່ານ ຄຳວອນ ບຸນທະວົງ ກຳມະການປະຈຳພັກແຂວງ, ຫົວໜ້າກໍ່ສ້າງຮາກຖານ ການເມືອງແຂວງຫົວພັນ, ເຜົ່າກຶມມຸ.
- ທ່ານ ພອນສຸກ ທອງສົມບັດ ປະທານສານປະຊາຊົນແຂວງຫົວພັນ, ເຜົ່າລາວ.
- ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຮອງຫົວໜ້າໄອຍະການປະຊາຊົນແຂວງ ຫົວ ພັນ, ເຜົ່າລາວ.
- ທ່ານ ພັນຕີ ວົງສັກ ຊາວຊົວຢາງ ຫົວໜ້າພະແນກກວດກາກອງບັນຊາການທະ ຫານ ແຂວງຫົວພັນ, ເຜົ່າມົ້ງ.
- ທ່ານ ນາງ ມີສອນ ທອງໄຊສີ ຜູ້ປະຈຳການຄະນະສະມາຊິກສະພາແຫ່ງ ຊາດ ເຂດເລືອກຕັ້ງທີ8ແຂວງຫົວພັນ,ສະມາຊິກສະພາແຫ່ງຊາດ ຊຸດທີ VI,ເຜົ່າໄຕ.
- ທ່ານ ພອນສານ ວິໄລເມັ້ງ ຫົວໜ້າພະແນກອຸດສາຫະກຳແລະການຄ້າ ແຂວງຫົວພັນ, ເຜົ່າອິວມຽນ.
- ທ່ານ ນາງ ໝັ້ນ ເພັງຄະຕິຍະ ຮອງເລຂາຄະນະພັກເມືອງ, ຮອງເຈົ້າເມືອງໆ ຊຳເໜືອ ແຂວງຫົວພັນ, ເຜົ່າລາວ.
- ທ່ານ ນາງ ພວງວອນ ລັດຕະນະສຸກ ຮອງອຳນວຍການໂຮງໝໍແຂວງຫົວພັນ, ເຜົ່າລາວ.
v ເຂດເລືອກຕັ້ງທີ 9 : ແຂວງຊຽງຂວາງ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 9 ທ່ານ ເລືອກເອົາ 6 ທ່ານ)
- ທ່ານ ນາງ ບຸນເພັງ ມູນໂພໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ເລຂາຄະນະພັກທະບວງການປົກຄອງ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວໜ້າ ທະບວງການປົກຄອງແລະຄຸ້ມຄອງ ລັດຖະກອນ,ເຜົ່າລາວ.
- ທ່ານ ບຸນຕົ້ນ ຈັນທະພອນ ກຳມະການປະຈຳພັກແຂວງ, ປະທານແນວລາວ ສ້າງ ຊາດແຂວງຊຽງຂວາງ, ເຜົ່າລາວ.
- ທ່ານ ນາງ ບົວສີ ນາຖາວົງ ກຳມະການພັກແຂວງ, ກຳມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ແຂວງຊຽງຂວາງ, ເຜົ່າລາວ.
- ທ່ານ ສົມວັນດີ ສີສຸພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ເຂດເລືອກ ຕັ້ງທີ 9 ແຂວງຊຽງຂວາງ, ເຜົ່າລາວ.
- ທ່ານ ນາງ ແສງຄຳ ຊົ່ງຊະນະ ຮອງຫົວໜ້າພະແນກທ່ອງທ່ຽວແຂວງຊຽງຂວາງ, ເຜົ່າມົ້ງ.
- ທ່ານ ພັນໂທ ຄຳຫລ້າ ຈັນດາລາ ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ຊຽງຂວາງ, ເຜົ່າລາວ.
- ທ່ານ ດຣ.ວິນຍານ ເຈິ້ຢ່າໄຊຈູ ຮອງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ, ເຜົ່າມົ້ງ.
- ທ່ານ ສີວອນ ອ່ອນລາວົງ ຮອງຫົວໜ້າຂະແໜງການຄ້າພາຍໃນ ຂອງພະແນກອຸດສາຫະກຳ-ການຄ້າແຂວງຊຽງຂວາງ,ເຜົ່າກຶມມຸ.
- ທ່ານ ວິໄລສຸກ ພິມມະສອນ ອຳນວຍການບໍລິສັດຂາເຂົ້າ-ຂາອອກເຄື່ອງໄອທີ ທີ່ປຶກສາທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແຂວງ ຊຽງຂວາງ, ເຜົ່າລາວ.
v ເຂດເລືອກຕັ້ງທີ 10 : ແຂວງວຽງຈັນ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 13 ທ່ານ ເລືອກເອົາ 9 ທ່ານ)
- ທ່ານ ດວງດີ ອຸດທະຈັກ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ເລຂາໜ່ວຍພັກ, ສະມາຊິກ ສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
- ທ່ານ ບຸນເພັງ ສາຍນໍລະດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງວຽງຈັນ, ເຜົ່າລາວ.
- ທ່ານ ລີຕູ້ ບົວປາວ ກຳມະການປະຈຳພັກກະຊວງ, ລັດຖະມົນຕີຊ່ວຍ ວ່າການກະຊວງສຶກສາທິການ, ເຜົ່າມົ້ງ.
- ທ່ານຮສຈ.ດຣ. ສົມອົກ ກິ່ງສະດາ ຮອງເລຂາຄະນະພັກຮາກຖານ, ອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
- ທ່ານ ສົມດີ ແກ້ວດາລາວິນ ກຳມະການພັກແຂວງ, ເຈົ້າເມືອງໆເຟືອງ ແຂວງວຽງ ຈັນ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າກຶມມຸ.
- ທ່ານ ພັນເອກ ອ່ອນສີ ແສນສຸກ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ເຜົ່າຜູ້ນ້ອຍ.
- ທ່ານ ນາງ ຈັນທະບູນ ໂພສະລາດ ກຳມະການພັກແຂວງ, ກຳມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງວຽງຈັນ, ເຜົ່າລາວ.
- ທ່ານ ຄຳແດງ ສີລາວົງ ເລຂາໜ່ວຍພັກ, ຫົວໜ້າຫ້ອງວ່າການສະພາແຫ່ງ ຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ເຜົ່າລາວ.
- ທ່ານ ນາງ ບົວວັນ ທຳມະວົງ ກຳມະການປະຈຳພັກເມືອງ, ຮອງເຈົ້າເມືອງໆ ແກ້ວອຸດົມແຂວງວຽງຈັນ, ເຜົ່າພວນ.
- ທ່ານ ວິນັດ ສີສຸວົງ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳ ແຂວງວຽງຈັນ, ເຜົ່າລາວ.
- ທ່ານ ເພັດສະໄໝ ວົງຄຳມູນຕີ ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ວຽງຈັນ, ເຜົ່າລາວ
- ທ່ານ ພັນໂທ ຄຳເຄນ ອູດຕະມາ ກຳມະການປະຈຳພັກກອງບັນຊາການ, ຮອງ ຫົວໜ້າກອງບັນຊາການທະຫານແຂວງວຽງ ຈັນ , ເຜົ່າລາວ.
- ທ່ານ ນາງ ຄຳແວ່ນ ອ່ອນປະດິດ ເລຂາໜ່ວຍພັກ, ຫົວໜ້າພະແນກວິທະຍາສາດ- ເຕັກໂນໂລຊີແຂວງວຽງຈັນ, ເຜົ່າລາວ.
v ເຂດເລືອກຕັ້ງທີ 11 : ແຂວງບໍລິຄຳໄຊ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 9 ທ່ານ ເລືອກເອົາ 6 ທ່ານ)
- ທ່ານ ບຸນມາ ບຸຈະເລີນ ກຳມະການປະຈຳພັກແຂວງ, ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ, ເຜົ່າລາວ.
- ທ່ານ ນາງ ບົວພັນ ລີໄກຢາ ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າມົ້ງ.
- ທ່ານ ບຸນເສັງ ປະທຳມະວົງ ກຳມະການພັກແຂວງ,ຫົວໜ້າ ພະແນກກະສິກຳ -ປ່າໄມ້ ແຂວງບໍລິຄຳໄຊ, ເຜົ່າລາວ.
- ທ່ານ ພັນເອກ ຈວງຈັນ ລາດຊະວົງ ກຳມະການພັກແຂວງ, ຫົວໜ້າການເມືອງກອງ ບັນຊາການທະຫານແຂວງບໍລິຄຳໄຊ, ສະມາຊິກສະພາແຫ່ງ ຊາດຊຸດທີ VI, ເຜົ່າລາວ.
- ທ່ານ ປາວຊົງ ເຊັຍຕູ້ຢົງຮົ່ວ ຮອງປະທານແນວລາວສ້າງຊາດແຂວງບໍລິຄຳໄຊ, ເຜົ່າມົ້ງ.
- ທ່ານ ນາງ ມາລີສາ ອາໄພລາດ ຮອງປະທານສະຫະພັນແມ່ຍິງແຂວງບໍລິຄຳໄຊ, ເຜົ່າລາວ.
- ທ່ານ ສົມເພັດ ຄຳມະນີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆຄຳເກີດ ແຂວງ ບໍລິຄຳໄຊ, ເຜົ່າກຶມມຸ.
- ທ່ານ ນາງ ສີໄຄ ສີປະເສີດ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງບໍລິຄຳໄຊ, ເຜົ່າລາວ.
- ທ່ານ ໃສຄຳ ທອງລັດ ຫົວໜ້າພະແນກພະລັງງານແລະ ບໍ່ແຮ່ແຂວງບໍລິຄຳ ໄຊ, ເຜົ່າລາວ.
v ເຂດເລືອກຕັ້ງທີ 12 : ແຂວງຄຳມ່ວນ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 10 ທ່ານ ເລືອກເອົາ 7 ທ່ານ)
- ທ່ານ ນາງ ສູນທອນ ໄຊຍະຈັກ ກຳມະການປະຈຳພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເລຂາຄະນະພັກຮາກຖານ, ເອກອັກຄະລັດຖະທູດລາວປະຈຳສສ. ຫວຽດນາມ, ເຜົ່າລາວ
- ທ່ານ ດຣ.ບຸນຍົງ ຄິນສະໜອນ ກຳມະການປະຈຳພັກແຂວງ, ປະທານແນວ ລາວສ້າງຊາດແຂວງຄຳມ່ວນ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າໄຕ.
- ທ່ານ ພົນຈັດຕະວາ ຄຳຜາງ ກອງຈັນແສງ ກຳມະການຄະນະພັກກົມໃຫຍ່ການເມືອງກອງ ທັບ,ຮອງປະທານສານປະຊາຊົນສູງສຸດ, ຫົວ ໜ້າສານ ທະຫານຂັ້ນສູງ, ເຜົ່າລາວ.
- ທ່ານ ແສງທອງ ພະຄຸນທອງ ກຳມະການພັກແຂວງ, ຫົວໜ້າພະແນກແຮງງານ-ສະຫວັດດີການສັງຄົມແຂວງຄຳມ່ວນ, ເຜົ່າລາວ.
- ທ່ານ ອິນທະຫວາ ມູນດາລາ ເລຂາໜ່ວຍພັກ, ຜູ້ປະຈຳການຄະນະສະມາຊິກສະພາແຫ່ງເຂດເລືອກຕັ້ງທີ12ແຂວງຄຳມ່ວນ, ສະ ມາຊິກ ສະພາແຫ່ງຊາດຊຸດທີ VI, ເຜົ່າກະເລີງ.
- ທ່ານ ນາງ ວຽງມະນີ ຈັນທະນະສິນ ຮອງເລຂາໜ່ວຍພັກ, ຮອງປະທານສະຫະພັນ ແມ່ຍິງ ແຂວງຄຳມ່ວນ, ເຜົ່າລາວ.
- ທ່ານ ບຸນປັນ ດວງລາຕີ ຮອງອຳນວຍການໄຟຟ້າລາວສາຂາແຂວງ ຄຳມ່ວນ, ເຜົ່າແຊກ.
- ທ່ານ ດຣ. ເກດສະໜາ ລັດຖະຈັກ ຮອງເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ສາທາລະນະສຸກແຂວງຄຳມ່ວນ, ເຜົ່າໄຕ.
- ທ່ານ ພັນໂທ ທິບພະຈັນ ໂພໄຊ ກຳມະການພັກກອງບັນຊາການ, ຮອງກອງ ບັນຊາການ ປ້ອງກັນຄວາມສະຫງົບແຂວງຄຳມ່ວນ, ເຜົ່າລາວ.
- ທ່ານ ນາງ ວົງພະຈັນ ສີບຸນເຮືອງ ຮອງເລຂາໜ່ວຍພັກ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຄຳມ່ວນ, ເຜົ່າຜູ້ໄທ.
v ເຂດເລືອກຕັ້ງທີ 13 : ແຂວງສະຫວັນນະເຂດ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 25 ທ່ານ ເລືອກເອົາ 17 ທ່ານ)
- ທ່ານ ດຣ. ໄຊສົມພອນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ, ສະມາຊິກ ສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
- ທ່ານ ຫວັນຄຳ ອິນທະຈັກ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງສະຫວັນນະເຂດ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າຜູ້ໄທ.
- ທ່ານ ດຣ.ສົມພູ ດວງສະຫວັນ ຮອງປະທານກຳມາທິການວັດທະນາທຳ-ສັງຄົມ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າລາວ.
- ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ, ເຜົ່າລາວ.
- ທ່ານ ສົມເພັດ ອິນທະທິລາດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆພິນແຂວງສະຫວັນນະເຂດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າມັງກອງ.
- ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ເຜົ່າລາວ.
- ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ກຳມະການພັກແຂວງ, ກຳມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ແຂວງສະຫວັນນະເຂດ, ສະມາຊິກສະພາ ແຫ່ງຊາດ ຊຸດທີ VI, ເຜົ່າຜູ້ໄທ..
- ທ່ານ ດຣ.ສອນທະນູ ທຳມະວົງ ກຳມະການຄະນະພັກສູນກາງຊາວໜຸ່ມ, ເລຂາ ທິການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເຜົ່າລາວ.
- ທ່ານ ບຸນເຕັມ ຊວງສາຍາວົງ ຜູ້ປະຈຳການຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າມັງກອງ.
- ທ່ານ ພົງສະເໜ່ ຍຸຕິທຳ ຮອງປະທານກຳມາທິການບັນດາເຜົ່າສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
- ທ່ານ ຄຳພັນ ຄູນສັກສີ ຮອງເລຂາພັກເມືອງ, ປະທານແນວ ລາວສ້າງ ຊາດເມືອງໄຊບູລີແຂວງສະຫວັນນະເຂດ ,ເຜົ່າຊ່ວຍ.
- ທ່ານ ບຸນປອນ ສີສຸລາດ ຫົວໜ້າກົມປະເມີນຜົນ, ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານກຳມະບານກະຊວງ ແຜນການ ແລະ ການລົງທຶນ, ສະມາຊິກ ສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
- ທ່ານ ບຸນຍົງ ໄຊປັນຍາ ກຳມະການພັກແຂວງ, ຫົວພະແນກຖະແຫລງຂ່າວ-ວັດທະນະທຳແຂວງສະຫວັນນະເຂດ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າຜູ້ໄທ.
- ທ່ານ ຄຳມະນີ ອິນທິລາດ ກຳມະການປະຈຳພັກກະຊວງພະລັງງານ ແລະ ບໍ່ແຮ່, ຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ, ສະມາຊິກສະພາແຫ່ງ ຊາດຊຸດທີ VI, ເຜົ່າລາວ.
- ທ່ານ ນາງ ທັດສະດາພອນ ແສງສຸລິຍາ ຮອງຫົວໜ້າກົມກວດສອບລັດວິສາຫະກິດອົງການ ກວດສອບແຫ່ງລັດ, ສະມາຊິກສະພາແຫ່ງຊາດ ຊຸດ ທີ VI, ເຜົ່າລາວ.
- ທ່ານ ສີທົນ ນັນທະລາດ ກຳມະການພັກແຂວງ,ຫົວໜ້າພະແນກ ແຜນການ-ການລົງທຶນແຂວງສະຫວັນນະເຂດ, ເຜົ່າລາວ.
- ທ່ານ ນາງ ກິ່ງຄຳວົງ ເສີຍທອງຈັນ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງແຂວງສະຫວັນນະເຂດ, ເຜົ່າລາວ.
- ທ່ານ ພັນໂທ ສົມພອນ ສຸດທິສົມບັດ ຮອງປະທານສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ, ເຜົ່າລາວ.
- ທ່ານ ນາງ ພິມພອນ ຈັນທະວົງ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆເຊໂປນ, ເຜົ່າລາວ.
- ທ່ານ ຮສຈ.ດຣ. ບຸນປົງ ແກ້ວໂຣດົມ ວ່າການອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ, ເຜົ່າຜູ້ໄທ.
- ທ່ານ ດຣ.ນາງ ຄຳເຫວີຍ ທຳມະຂັນ ຮອງຫົວໜ້າຂະແໜງອາຫານ ແລະ ຢາພະແນກ ສາທາລະນະສຸກແຂວງສະຫວັນນະເຂດ, ເຜົ່າຜູ້ໄທ.
- ທ່ານ ພັນໂທ ສົມຈິດ ກິດຕິຍະລາດ ກຳມະການຄະນະພັກກອງພົນ, ຮອງຫົວໜ້າຫ້ອງການເມືອງກອງພົນທີ 4 , ເຜົ່າລາວ.
- ທ່ານ ສຸກສະຫວັນ ໄຊສົມບັດ ອຳນວຍການວິທະຍາໄລໄຊສົມບັດການຊ່າງ ແຂວງ ສະຫວັນນະເຂດ, ເຜົ່າຜູ້ໄທ.
- ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ອຳນວຍການບໍລິສັດທົ່ງລະຫາສິນ, ເຜົ່າຜູ້ໄທ.
- ທ່ານ ບຸນຍົງ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາແຂວງສະຫວັນນະເຂດ, ເຜົ່າຜູ້ໄທ.
v ເຂດເລືອກຕັ້ງທີ 14 : ແຂວງສາລະວັນ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 10 ທ່ານ ເລືອກເອົາ 7 ທ່ານ)
- ທ່ານ ສຈ. ດາວອນ ຫວ່າງວິຈິດ ວ່າການປະທານກຳມາທິການກົດໝາຍ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດຊຸດທີVI, ເຜົ່າລາວ.
- ທ່ານ ບຸນທຽມ ພົມມະສະຖິດ ກຳມະການປະຈຳພັກແຂວງ, ປະທານກວດກາ ແຂວງ ສາລະວັນ, ເຜົ່າລາວ.
- ທ່ານນາງ ສວນສະຫວັນ ວິຍະເກດ ຮອງຫົວໜ້າກົມການຕ່າງປະເທດສະພາແຫ່ງ ຊາດ, ກຳມະການຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສະພາແຫ່ງ ຊາດ, ເຜົ່າລາວ.
- ທ່ານ ນາງ ມະນີຊົງ ລືສີສະໝຸດ ກຳມະການພັກແຂວງ, ຜູ້ປະຈຳການຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ14 ແຂວງ ສາລະວັນ, ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
- ທ່ານ ແຫວນເພັດ ລັດດາວົງ ຫົວໜ້າໄອຍະການປະຊາຊົນແຂວງສາລະວັນ ,ສະມາຊິກສະພາແຫ່ງຊາດຊຸດທີ VI, ເຜົ່າລາວ.
- ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າອົງການຄຸ້ມຄອງທີ່ດິນແຂວງສາລະວັນ, ເຜົ່າລາວ
- ທ່ານ ຂັນໄຊ ລັດຖະເຮົ້າ ຫົວໜ້າພະແນກພົວພັນຕ່າງປະເທດ ແຂວງສາລະວັນ, ເຜົ່າລາວ.
- ທ່ານ ພົງໄຊທະບຸນສຸກ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງສາລະວັນ, ເຜົ່າລື້.
- ທ່ານ ສີສຸດອນ ອັງຄະໄລ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ເຂດເລືອກ ຕັ້ງທີ 14 ແຂວງສາລະວັນ, ເຜົ່າລາວ.
- ທ່ານ ໜູຕຽມ ຄຳປະເສີດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງສາລະວັນ, ເຜົ່າລາວ.
v ເຂດເລືອກຕັ້ງທີ 15 : ແຂວງຈຳປາສັກ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 17 ທ່ານ ເລືອກເອົາ 12 ທ່ານ)
- ທ່ານ ດຣ. ພັນດວງຈິດ ວົງສາ ກຳມະການສູນກາງພັກ,ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະມາຊິກ ສະພາແຫ່ງ ຊາດຊຸດທີ VI, ເຜົ່າລາວ.
- ທ່ານ ເມກສະຫວັນ ພົມພິທັກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດ ຕັ້ງແຂວງຈຳປາສັກ,ສະມາຊິກສະພາແຫ່ງ ຊາດ ຊຸດທີ VI, ເຜົ່າລາວ.
- ທ່ານ ສຈ.ດຣ. ພອນເທບ ພົນເສນາ ຮອງປະທານກຳມາທິການວັດທະນາທຳ-ສັງຄົມ ສະພາແຫ່ງຊາດ,ສະມາຊິກສະພາແຫ່ງຊາດ ຊຸດທີ VI, ເຜົ່າລາວ.
- ທ່ານ ບົວລິນ ວົງພະຈັນ ກຳມະການພັກແຂວງ,ຫົວໜ້າພະແນກສຶກສາ ແຂວງຈຳປາສັກ, ເຜົ່າລາວ.
- ທ່ານ ກິສິນ ສິນພັນງາມ ຮອງເລຂາຄະນະພັກກະຊວງ, ລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທຳ, ສະມາຊິກສະພາແຫ່ງ ຊາດຊຸດທີ VI, ເຜົ່າລາວ.
- ທ່ານ ບຸນທຽນ ທອງແກ້ວ ຫົວໜ້າດ່ານສາກົນໜອງນົກຂຽນ, ເຜົ່າລາວ.
- ທ່ານ ສິງເພັດ ບຸນສະຫວັດທິພັນ ກຳມະການຄະນະພັກ, ກຳມະການຄະນະກຳມະການ ກວດກາສູນກາງ, ເຜົ່າລາວ.
- ທ່ານ ນາງ ປິ່ງຄຳ ລາຊະສີມາ ກຳມະການຄະນະພັກ,ຫົວໜ້າຫ້ອງການ ກະຊວງກະສິກຳ-ປ່າ ໄມ້, ເຜົ່າລາວ.
- ທ່ານ ວັນນະລາ ສຸດທິຈັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດ ເລືອກ ຕັ້ງທີ 15 ແຂວງຈຳປາສັກ, ເຜົ່າລາວ.
- ທ່ານ ພັນໂທ ສີວັນ ອຸດທະຈັກ ກຳມະການຄະນະພັກ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຜົ່າລາວ.
- ທ່ານ ນາງ ວາດສະໜາ ສິລິມາ ຮອງປະທານສະຫະພັນແມ່ຍິງແຂວງຈຳປາສັກ, ເຜົ່າລາວ.
- ທ່ານ ອຸດອນ ສິງສຸວົງ ຜູ້ອຳນວຍການໂຮງງານບໍລິສັດເບຍລາວ ສາຂາປາກເຊ, ເຜົ່າລາວ.
- ທ່ານ ວິຈິດ ແກ້ວບົວພາ ກຳມະການປະຈຳພັກເມືອງ,ຫົວໜ້າຄະນະໂຄສະນາອົບຮົມເມືອງປາກຊ່ອງ, ເຜົ່າຢາຣຸ.
- ທ່ານ ຄຳສິງ ສີທະນົງສັກ ຮອງຫົວໜ້າພະແນກຍຸຕິທຳແຂວງຈຳປາສັກ, ເຜົ່າລາວ
- ທ່ານ ຄຳແພງ ສີອາລຸນ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດ ເລືອກ ຕັ້ງທີ 15 ແຂວງຈຳປາສັກ, ເຜົ່າລາວ.
- ທ່ານ ນາງ ອໍລະດີ ຈັນທະວົງ ຫົວໜ້າໜ່ວຍງານພົວພັນຕ່າງປະເທດ, ວິທະຍາໄລການເງິນພາກໃຕ້, ເຜົ່າລາວ.
- ທ່ານ ທອງຈັນ ພັນທະລາແສງ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ຈຳປາສັກ, ເຜົ່າລາວ.
v ເຂດເລືອກຕັ້ງທີ 16 : ແຂວງເຊກອງ.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 7 ທ່ານ ເລືອກເອົາ 5 ທ່ານ)
- ທ່ານ ຄຳແດງ ກົມມະດຳ ກຳມະການປະຈຳພັກແຂວງ, ປະທານແນວລາວ ສ້າງ ຊາດແຂວງເຊກອງ, ເຜົ່າຕະໂອ້ຍ.
- ທ່ານ ນາງ ບຸນຂຳ ເຫງົ້າພະສິຣິ ຫົວໜ້າກົມກົດໝາຍ ສະພາແຫ່ງຊາດ, ເຜົ່າລາວ.
- ທ່ານ ສົມສະໜຸກ ແກ້ວນິມິດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດເລືອກ ຕັ້ງທີ 16 ແຂວງເຊກອງ,ເຜົ່າລາວ.
- ທ່ານ ສົມແປງ ເອີດລັດດາ ຮອງປະທານແນວລາວສ້າງຊາດແຂວງເຊກອງ, ເຜົ່າ ກະຕູ.
- ທ່ານ ນາງ ໄຮມະນີ ວົງໜໍ່ແກ້ວ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ເຜົ່າກຣຽງ.
- ທ່ານ ຄຳຊໍ ບຸດດາເພ ຫົວໜ້າຫ້ອງການກິລາແຂວງເຊກອງ, ເຜົ່າກຣຽງ.
- ທ່ານ ນາງ ເພັດສະໝອນ ຄອນປະເສີດ ຮອງຫົວໜ້າພະແນກພະລັງງານ-ບໍ່ແຮ່ແຂວງເຊກອງ, ເຜົ່າລາວ.
v ເຂດເລືອກຕັ້ງທີ 17 : ແຂວງອັດຕະປື.
( ຈຳນວນຜູ້ສະໝັກຮັບເລືອກຕັ້ງ 7 ທ່ານ ເລືອກເອົາ 5 ທ່ານ)
- ທ່ານ ດຣ.ອ່ອນແກ້ວ ພົມມະກອນ ກຳມະການຄະນະພັກ, ຮອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ເຜົ່າລາວ.
- ທ່ານ ບຸນໄຊ ຄຳມະນີວົງ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງອັດຕະປື,ເຜົ່າອາຣັກ
- ທ່ານ ເພັດແກ້ວ ເຮືອງປັນຍາ ກຳມະການພັກແຂວງ,ຫົວໜ້າອຳນວຍການໂຮງ ຮຽນການເມືອງ-ການປົກຄອງແຂວງອັດຕະປື, ເຜົ່າລາວ.
- ທ່ານ ພັນໂທ ໂຊກໄຊ ພິມມາລາ ກຳມະການພັກກອງບັນຊາການ, ຮອງຫົວໜ້າ ການເມືອງກອງບັນຊາການທະຫານແຂວງອັດຕະປື, ເຜົ່າລາວ.
- ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງ ເມືອງ ສະໜາມໄຊ ແຂວງອັດຕະປື, ເຜົ່າໂອຍ.
- ທ່ານ ບົວລະພັນ ວົງຊາລະຊິດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຂດເລືອກ ຕັ້ງທີ 17 ແຂວງອັດຕະປື, ເຜົ່າລາວ.
- ທ່ານ ບຸນເສີດ ເສດທິລາດ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ ແຂວງອັດຕະປື, ເຜົ່າເຈັງ.
II. ກ່ຽວກັບຄຸນລັກສະນະຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ VII ມີດັ່ງນີ້:
1./ ຈຳນວນຜູ້ສະໝັກ:
- ຜູ້ສະໝັກທັງໝົດມີ 190 ທ່ານ, ເພດຍິງ 47 ທ່ານ
- ຜູ້ສະໝັກຈາກສູນກາງມີ 47 ທ່ານ, ເພດຍິງ 12 ທ່ານ
- ຜູ້ສະໝັກທ້ອງຖິ່ນ 143 ທ່ານ , ເພດຍິງ 35 ທ່ານ
- ສສຊ ຊຸດທີ VI ສືບຕໍ່ສະໝັກ 45 ທ່ານ, ເພດຍິງ 11 ທ່ານ
- ລັດວິສາຫະກິດ 4 ທ່ານ, ເພດຍິງ 0 ທ່ານ.
- ວິສາຫະກິດເອກະຊົນ 5 ທ່ານ, ເພດຍິງ 1 ທ່ານ.
2./ ໂຄງປະກອບດ້ານເຜົ່າ:
- ໝວດພາສາລາວ-ໄຕ ມີ 140 ທ່ານ.
- ໝວດພາສາມອນ-ຂະແມ ມີ 28 ທ່ານ.
- ໝວດພາສາມົ້ງ-ອິວມຽນ ມີ 15 ທ່ານ.
- ໝວດພາສາຈີນ-ຕິເບດ ມີ 7 ທ່ານ.
3./ ໂຄງປະກອບດ້ານອາຍຸ:
- ອາຍຸ 45 ປີລົງມາ ມີ 26 ທ່ານ.
- ອາຍຸ 46 - 50 ປີ ມີ 42 ທ່ານ.
- ອາຍຸ 51 - 55 ປີ ມີ 58 ທ່ານ.
- ອາຍຸ 56 - 60 ປີ ມີ 43 ທ່ານ.
- ອາຍຸ 61 ປີຂື້ນໄປ ມີ 21 ທ່ານ.
4./ ໂຄງປະກອບດ້ານວິຊາສະເພາະ:
- ຊັ້ນຕົ້ນ ມີ 4 ທ່ານ.
- ຊັ້ນກາງ ມີ 18 ທ່ານ.
- ຊັ້ນສູງ ມີ 55 ທ່ານ.
- ປະລິນຍາຕີ ມີ 55 ທ່ານ.
- ປະລິນໂທ ມີ 36 ທ່ານ.
- ປະລິນຍາເອກ ມີ 22 ທ່ານ
5./ ລະດັບທິດສະດີ: ມີ 186 ທ່ານໄດ້ຜ່ານຮຽນທິດສະດີການເມືອງນັບແຕ່ຊັ້ນຕົ້ນຂື້ນໄປ.
6./ ພາກສ່ວນ ແລະ ວິຊາຊີບ :
- ຈາກຂົງເຂດພັກ ມີ 24 ທ່ານ.
- ຈາກຂົງເຂດເສດຖະກິດ ມີ 24 ທ່ານ.
- ຈາກຂົງເຂດວັດທະນະທຳ-ສັງຄົມ ມີ 21 ທ່ານ.
- ຈາກຂົງເຂດ ປກຊ-ປກສ ມີ 19 ທ່ານ. - ຈາກອົງການນິຕິບັນຍັດ ມີ 35 ທ່ານ.
- ຈາກອົງການແນວ ແລະ ອົງການມະຫາຊົນ ມີ 38 ທ່ານ.
- ຈາກຂົງເຂດປົກຄອງ ແລະ ຕຸລາການ ມີ 20 ທ່ານ.
- ຈາກລັດວິສາຫະກິດ ມີ 4 ທ່ານ.
- ຈາກວິສາຫະກິດເອກະຊົນ ມີ 5 ທ່ານ.
ດັ່ງນັ້ນ, ຄະນະກຳມະການເລືອກຕັ້ງລະດັບຊາດປະກາດແຈ້ງການກ່ຽວກັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ VII ຢູ່ເຂດເລືອກ ຕັ້ງຕ່າງໆໃນຂອບເຂດທົ່ວປະເທດ.
ຄະນະກຳມະການເລືອກຕັ້ງລະດັບຊາດປະທານ
ລັດຖະດຳລັດ ວ່າດ້ວຍການປະກາດຈຳນວນຜູ້ສະໝັກ ຮັບເລືອກຕັ້ງ ແລະ ຈຳນວນສະມາຊິກ
ສະພາແຫ່ງຊາດ ຊຸດທີVII
*(ຂປລ): ອີງຕາມລັດຖະທຳມະນູນ ແຫ່ງ ສປປ ລາວ ຫມວດທີ VI ມາດຕາ 67,ວັນທີ 02 ແລະ ມາດຕາ 11 ຂອງກົດຫມາຍວ່າດ້ວຍການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ, ອີງຕາມ ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການກຳນົດຈຳນວນຜູ້ສະຫມັກຮັບເລືອກຕັ້ງ ແລະ ຈຳນວນສະມາຊິກສະພາ ແຫ່ງຊາດ ຊຸດທີ VII ໃນແຕ່ລະເຂດເລືອກຕັ້ງ, ສະບັບເລກທີ 15/ຄປຈ, ລົງວັນທີ 17 ກຸມພາ 2011, ອີງຕາມຫນັງສືສະເຫນີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 02/ຄປຈ ລົງວັນທີ 28 ກຸມ ພາ 2011. ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກ ລັດຖະດຳລັດສະບັບ ເລກ ທີ 021/ປປທ, ລົງວັນທີ 01/3/2011 ວ່າດ້ວຍການປະກາດຈຳນວນຂອງຜູ້ສະຫມັກຮັບເລືອກຕັ້ງ ແລະ ຈຳນວນສະມາຊິກສະພາແຫ່ງຊາດ ຊຸດທີ VII ດັ່ງນີ້:
ມາດຕາ 1: ປະກາດຈຳນວນຂອງຜູ້ສະຫມັກຮັບເລືອກຕັ້ງ ແລະ ຈຳນວນສະມາຊິກສະພາແຫ່ງຊາດ ຊຸດທີ VII ຢູ່ແຕ່ລະເຂດເລືອກຕັ້ງ ມີດັ່ງນີ້:
1. ເຂດ 01 ນະຄອນຫລວງວຽງຈັນ ຈຳນວນອອກສະຫມັກ 21 ທ່ານ ເລືອກເອົາ 15 ທ່ານ
2. ເຂດ 02 ແຂວງຜົ້ງສາລີ ຈຳນວນອອກສະຫມັກ 07 ທ່ານ ເລືອກເອົາ 05 ທ່ານ
3. ເຂດ 03 ແຂວງຫລວງນ້ຳທາ ຈຳນວນອອກສະຫມັກ 07 ທ່ານ ເລືອກເອົາ 05 ທານ
4. ເຂດ 04 ແຂວງອຸດົມໄຊ ຈຳນວນອອກສະຫມັກ 09 ທ່ານ ເລືອກເອົາ 06 ທ່ານ
5. ເຂດ 05 ແຂວງ ບໍ່ແກ້ວ ຈຳນວນອອກສະຫມັກ 07 ທ່ານ ເລືອກເອົາ 05 ທ່ານ
6. ເຂດ 06 ແຂວງຫລວງພະບາງ ຈຳນວນອອກສະຫມັກ 13 ທ່ານ ເລືອກເອົາ 09 ທ່ານ
7. ເຂດ 07 ແຂວງໄຊຍະບູລີ ຈຳນວນ ອອກສະຫມັກ 10 ທ່ານ ເລີອກເອົາ 07 ທ່ານ
8. ເຂດ08 ແຂວງຫົວພັນ ຈຳນວນ ອອກສະຫມັກ 09 ທານ ເລືອກເອົາ 06 ທ່ານ.
9. ເຂດ 09 ແຂວງຊຽງຂວາງ ຈຳນວນອອກສະຫມັກ 09 ທ່ານ ເລືອກເອົາ 06 ທ່ານ.
10. ເຂດ 10. ແຂວງວຽງຈັນ ຈຳນວນອອກສະຫມັກ 13 ທ່ານ ເລືອກເອົາ 09 ທ່ານ
11. ເຂດ 11 ແຂວງບໍລິຄຳໄຊ ຈຳນວນອອກສະຫມັກ 09 ທ່ານ ເລືອກເອົາ 06 ທ່ານ
12. ເຂດ 12 ແຂວງຄຳມ່ວນ ຈຳນວນອອກສະຫມັກ 10 ທ່ານ ເລືອກເອົາ 07 ທ່ານ
13. ເຂດ13 ແຂວງສະຫວັນນະເຂດ ຈຳນວນອອກສະຫມັກ 25 ທ່ານ ເລືອກເອົາ 17 ທ່ານ
14. ເຂດ 14 ແຂວງສາລະວັນ ຈຳນວນອອກສະຫມັກ 10 ທ່ານ ເລືອກເອົາ 07 ທ່ານ
15. ເຂດ 15 ແຂວງຈຳປາສັກ ຈຳນວນອອກສະຫມັກ 17 ທ່ານ ເລືອກເອົາ 12 ທ່ານ
16. ເຂດ 16 ແຂວງເຊກອງ ຈຳນວນອອກສະຫມັກ 07 ທ່ານ ເລືອກເອົາ 05 ທ່ານ
17. ເຂດ17 ແຂວງອັດຕະປື ຈຳນວນອອກສະຫມັກ 07 ທ່ານ ເລືອກເອົາ 05 ທ່ານ
ລວມ : 190 ທ່ານ ລວມ 132 ທ່ານ.
ຖະແຫລງຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII
29/04/2011
ໃນຕອນເຊົ້າຂອງວັນທີ 29 ເມສາ 2011, ທ່ານ ໝູນແກ້ວ ອໍລະບູນ , ກຳມະການໃນຄະນະກຳມະການເລືອກຕັ້ງລະດັບຊາດໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນພາຍໃນ ແລະ ຕ່າງປະເທດ ຊຶ່ງມີເນື້ອໃນ ດັ່ງນີ້ : ມື້ນີ້ , ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບການມອບໝາຍ ຈາກຄະນະກຳມະການເລືອກຕັ້ງລະດັບຊາດ ມາພົບປະກັບບັນດາທ່ານ ເພື່ອແຈ້ງໃຫ້ຊາບກ່ຽວ ກັບການກະ ກຽມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ຊຶ່ງຈະດຳເນີນການປ່ອນ ບັດເລືອກຕັ້ງໃນວັນທີ 30 ເມສາ 2011 ນີ້ .
ກ່ອນອື່ນ , ຂ້າພະເຈົ້າ ຂໍສະແດງຄວາມຊົມ ເຊີຍ ແລະ ຂອບໃຈຕໍ່ບັນດາທ່ານທີ່ໄດ້ໃຫ້ ຄວາມສຳຄັນ ແລະ ເຂົ້າຮ່ວມການຖະແຫລງຂ່າວໃນມື້ນີ້ .
ປະຕິບັດຕາມມາດຕາ 54 ຂອງລັດຖະທຳມະນູນຂອງ ສປປ ລາວ ແລະ ມາດຕາທີ່ກ່ຽວ ຂ້ອງກັບກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ປະທານປະເທດແຫ່ງ ສປປ ລາວ ໄດ້ອອກ ລັດຖະດຳລັດ ສະບັບເລກທີ 295/ປປທ ປະກາດເອົາວັນເສົາ, ວັນທີ 30 ເມສາ 2011 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ແລະ ລັດຖະດຳລັດ ເລກທີ 296/ປປທ ວ່າດ້ວຍການ ປະກາດ ລາຍຊື່ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII.
ນັບແຕ່ມື້ ໄດ້ຮັບການແຕ່ງຕັັ້ງເປັນຕົ້ນມາ, ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ ເລີ່ມຕົ້ນດຳເນີນການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງຕົນ ເພື່ອຮັບໃຊ້ໃຫ້ແກ່ການເລືອກ ຕັ້ງຊຶ່ງກ່ອນອື່ນໝົດ ໄດ້ຈັດຕັ້ງການຝຶກອົບຮົບ ຫຼື ດຳເນີນຊີວິດການເມືອງໃນຂອບເຂດທົ່ວປະເທດແນ່ໃສ່ຍົກສູງຄວາມເຂົ້າໃຈ ແລະ ຄວາມເປັນເຈົ້າການໃຫ້ແກ່ຄະນະກຳມະການເລືອກຕັ້ງທຸກຊັ້ນ ກໍຄືປະຊາຊົນບັນດາເຜົ່າ ແລະ ໄດ້ດຳເນີນການທາບທາມຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ VII ຊຶ່ງລາຍລະອຽດຕ່າງໆ ມີດັ່ງນີ້:
1. ຈຳນວນຜູ້ສະໝັກຮັບເລືອກຕັ້ງ :
ຈຳນວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຊຸດທີ VII ມີທັງໝົດ 190 ທ່ານ, ເພດຍິງ 46 ທ່ານ ແລະ ຈະເລືອກຕັ້ງເອົາ 132 ທ່ານຊຶ່ງໄດ້ເພີ່ມຂຶ້ນ ຈຳນວນ 17 ທ່ານ ຈາກ 115 ທ່ານໃນ ສະພາແຫ່ງຊາດຊຸດທີ VI. ໃນຈຳນວນ 190 ທ່ານ ທີ່ຮັບສະໝັກເລືອກ ຕັ້ງນີ້ມີຜູ້ສະໝັກຈາກສູນກາງ 47 ທ່ານ, ເພດຍິງ 12 ທ່ານ; ຜູ້ສະໝັກຈາກທ້ອງຖິ່ນ 143 ທ່ານ, ເພດຍິງ 34 ທ່ານ; ສະມາຊິກສະພາ ແຫ່ງຊາດຊຸດທີ VI ສືບຕໍ່ລົງສະໝັກ 45 ທ່ານ, ເພດຍິງ 11 ທ່ານ; ນັກທຸລະກິດຈາກລັດວິສາຫະກິດ 4 ທ່ານ, ບໍ່ມີເພດຍິງ; ນັກທຸລະກິດຈາກວິສາຫະກິດເອກະຊົນ 5 ທ່ານ, ເພດຍິງ 1 ທ່ານ.
2. ໂຄງປະກອບດ້ານເຜົ່າ:
ຜູ້ສະໝັກເລືອກຕັ້ງ ປະກອບມີບັນດາເຜົ່າທີ່ຈົດຕາມໝວດພາສາດັ່ງລຸ່ມນີ້:
- ໝວດພາສາລາວ-ໄຕ ມີ 140 ທ່ານ.
- ໝວດພາສາມອນ-ຂະແມ ມີ 28 ທ່ານ.
- ໝວດພາສາມົ້ງ-ອິວມຽນ ມີ 15 ທ່ານ.
- ໝວດພາສາຈີນ-ຕີເບດ ມີ 7 ທ່ານ.
3. ໂຄງປະກອບດ້ານອາຍຸ:
- ອາຍຸ 45 ປີລົງມາ ມີ 26 ທ່ານ.
- ອາຍຸ 46-50 ປີ ມີ 42 ທ່ານ.
- ອາຍຸ 51- 55 ປີ ມີ 58 ທ່ານ.
- ອາຍຸ 56- 60 ປີ ມີ 43 ທ່ານ.
- ອາຍຸ 61 ປີຂຶ້ນໄປ ມີ 21 ທ່ານ.
4. ໂຄງປະກອບດ້ານວິຊາສະເພາະ:
- ຈົບຊັ້ນຕົ້ນ ມີ 4 ທ່ານ.
- ຈົບຊັັ້ນກາງ ມີ 18 ທ່ານ.
- ຈົບຊັ້ນສູງ ມີ 55 ທ່ານ.
- ຈົບປະລິນຍາຕີ ມີ 55 ທ່ານ.
- ຈົບປະລິນຍາໂທ ມີ 36 ທ່ານ.
- ຈົບປະລິນຍາເອກ ມີ 22 ທ່ານ.
5. ພາກສ່ວນ ແລະ ຂະແໜງການ:
- ຈາກອົງການຈັດຕັ້ງພັກ ມີ 24 ທ່ານ.
- ຈາກອົງການນິຕິບັນຍັດ ມີ 35 ທ່ານ.
- ຈາກອົງການແນວລາວຊາດ ແລະ ອົງການຈັດຕັ້ງມະຫາຊົນ ມີ 38 ທ່ານ
- ຈາກຂົງເຂດປົກຄອງ ແລະ ຕຸລາການ ມີ 20 ທ່ານ.
- ຈາກຂົງເຂດເສດຖະກິດ ມີ 24 ທ່ານ.
- ຈາກຂົງເຂດວັດທະນະທຳ - ສັງຄົມ ມີ 21 ທ່ານ.
- ຈາກຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີ 19 ທ່ານ.
- ຈາກຂົງເຂດລັດວິສາຫະກິດ ມີ 4 ທ່ານ
- ຈາກຂົງເຂດວິສາຫະກິດເອກະຊົນ ມີ 5 ທ່ານ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ແຈ້ງໃຫ້ບັນດາທ່ານຊາບວ່າມາຮອດມື້ນີ້, ການກະກຽມສຳລັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ໄດ້ດຳເນີນໄປຢ່າງເປັນປົກລະບົບ, ຕໍ່ເນື່ອງ ທັງມີຄວາມເປັນ ລະບຽບຮຽບຮ້ອຍດີຊຶ່ງປະກອບມີ 17 ເຂດເລືອກຕັ້ງ, ມີໝ່ວຍປ່ອນບັດ ເລືອກຕັ້ງທັງໝົດ 6.324 ໝ່ວຍ, ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 3.267.210 ຄົນ, ເພດຍິງ 1.643.099 ຄົນ.
ຂ້າພະເຈົ້າ ຂໍຢືນຢັນວ່າ ວັນທີ 30 ເມສາ 2011, ປະຊາຊົນລາວບັນດາເຜົ່າທີ່ມີສິດເລືອກຕັ້ງໃນທົ່ວປະເທດ ແມ່ນມີຄວາມພ້ອມໃນການໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດ ທີ VII ໄດ້ຕາມຄາດ ໝາຍທີ່ວາງໄວ້.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ດຳເນີນໄປໃນບັນຍາກາດທີ່ປະຊາຊົນລາວທົ່ວປະເທດ ເລີ່ມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ IX ຂອງພັກປະຊາຊົນປະຕິວັດລາວ ເພື່ອ ສືບ ຕໍ່ບູລະນະພາລະກິດປ່ຽນແປງໃໝ່ ທັງເປັນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII, ເປັນການຍົກລະດັບປະຕິບັດສິດເປັນເຈົ້າປະເທດຊາດ ແລະ ເສີມຂະຫຍາຍ ປະຊາທິ ປະໄຕ ຂອງປະຊາຊົນບັນດາເຜົ່າຢ່າງກ້ວາງຂວາງຕື່ມອີກ.
ເປົ້າໝາຍສຳຄັນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ນີ້ ແມ່ນປະຕິບັດຕາມອາຍຸການຂອງສະພາແຫ່ງຊາດທີ່ມີກຳນົດ 5 ປີຊຶ່ງເລີ່ມແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງ ຊາດຊຸດທີ VI ປີ 2006 ຕາມທີ່ກຳນົດໄວ້ໃນມາດຕາ 5 ຂອງກົດໝາຍວ່າ ດ້ວຍສະພາແຫ່ງຊາດ ແລະ ທັງເປັນການປັບປຸງລະບົບອຳນາດແຫ່ງລັດ ແມ່ນການເພີ່ມທະວີຄວາມເຂັ້ມແຂງ ຂອງອົງ ການນຳພາແຫ່ງລັດ, ເພີ່ມທະວີການນຳພາຂອງພັກຕໍ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການລັດທຸກຂັ້ນ, ເຮັດໃຫ້ການເຄື່ອນໄຫວຂອງອົງການອຳນາດແຫ່ງລັດ ມີປະສິດທິພາບ, ມີຄວາມສັກສິດ ແລະ ຮັບປະກັນໃຫ້ອຳນາດແຫ່ງລັດ ເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊົງການອຳນາດແຫ່ງລັດ ມີປະສິດທິພາບ, ມີຄວາມສັກສິດ ແລະ ຮັບປະກັນໃຫ້ອຳນາດແຫ່ງລັດ ເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະ ໂຫຍດຂອງປະຊາຊົນຢ່າງແທ້ຈິງ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ນີ້ ຈະດຳເນີນໄປເປັນຢ່າງດີບົນພື້ນ ຖານການເສີມຂະຫຍາຍປະຊາທິປະໄຕຂອງພົນລະເມືອງລາວໃນຂອບເຂດທົ່ວປະເທດ. ປະຊາຊົນທຸກຊັ້ນຄົນ ແລະ ປະຊາຊົນບັນດາເຜົ່າ ແມ່ນກຽມພ້ອມເຂົ້າຮ່ວມການປ່ອນບັນເລືອກຕັ້ງ ເອົາຜູ້ແທນຂອງຕົນດ້ວຍຄວາມຕື່ນຕົວ ແລະ ສະໝັກໃຈ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ການເລືອກຕັ້ງຄັ້ງນີ້ ຈະດຳເນີນ ຢ່າງມີຜົນສຳເລັດອັນຈົບງາມ.
ໃນໂອກາດນີ້, ໃນນາມຄະນະກຳມະການການເລືອກຕັ້ງລະດັບຊາດ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ໂດຍສະເພາະຜູ້ມີສິດເລືອກຕັ້ງທຸກຄົນ ໄດ້ເປັນເຈົ້າການ ແລະ ພ້ອມໃຈກັນອອກໄປໃຊ້ສິດເລືອກຕັ້ງ ຈະຈັດຂຶ້ນໃນວັນທີ 30 ເມສາ 2011 ນີ້, ພ້ອມກັນນັ້ນ ກໍຫວັງວ່າ ບັນດາທ່ານສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ຈະປະກອບສ່ວນນຳເອົາສະພາບ ຄວາມ ເປັນຈິງຂອງການເລືອກຕັ້ງຄັ້ງນີ້ ໄປໂຄສະນາເຜີຍແຜ່ໃຫ້ ບັນດາປະເທດເພື່ອນມິດທັງຢູ່ໃກ້ ແລະ ໄກ ໄດ້ຮັບຊາບ ເພື່ອເພີ່ມທະວີຄວາມເຂົ້າໃຈຊຶ່ງກັນ ແລະ ກັນໃຫ້ດີຍິ່ງຂຶ້ນ.
|
|
|
|
|
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446 |
| |