ເຄັດລັບດື່ມນໍ້າໄດ້ສຸຂະພາບ

ເມື່ອອາກາດເຢັນລົງຈົນເຮັດໃຫ້ຫຼາຍໆຄົນຮູ້ສຶກໜາວ ແລະ ອາດເຈັບໄຂ້ບໍ່ສະບາຍເພາະອາກາດ ມີ​ການປ່ຽນແປງ ໃນໄລຍະ ນີ້, ຈຶ່ງຄ​ວນເອົາໃຈໃສ່​ໃນ​ການຮັກສາສຸ ຂະພາບເປັນພິເສດ ໂດຍສະເພາະເລື້ອງຂອງການດື່ມນໍ້າ ບໍ່ວ່າລະດູໃດກໍ່ຕາມຕ້ອງ ດື່ມນໍ້າ ໃຫ້ພຽງພໍ. ສຳລັບນ້ຳທີ່ຈະດື່ມບໍ່ຄວນເຢັນຈົນເກີນໄປ ເພາະອາດຈະເຮັດໃຫ້ເສັ້ນເລືອດທີ່ຢູ່ໃນລະບົບທາງເດີນ ອາຫານຫົດຕົວລົງ ຖ້າເປັນແບບນັ້ນເຊລຈະປັບຕົວ ແລະ ຂະຫຍາຍຕົວເພື່ອດູດຊຶມຈະຕ້ອງໃຊ້ ເວລາດົນນານພໍສົມຄວນໃນການປັບອຸນຫະພູມກ່ອນ ການດູດຊຶມຈຶ່ງມັກ ເກີດອາການຈຸກໜ້າເອິກ ໃນຂະນະຫິວນໍ້າ.

 

ອ່ານຕໍ່  

ການຮັກສາບາດແຜໃຫ້ເຊົາໄວ

ການອານາໄມເຮືອນຊານບ້ານຊ່ອງ ອາດຈະເຮັດໃຫ້ເກີດອຸບັດຕິເຫດ ແລະ ເກີດບາດແຜໄດ້ ຖ້າຫາກຮັກສາບາດແຜບໍ່ດີກໍ່ພາໃຫ້ເກີດ ພະຍາດແຊກຊ້ອນໄດ້ ເຊັ່ນ: ບາດແຜເປັນ ໜອງ ຈາກການຕິດເຊື້ອແບກທີເລຍ ຖ້າຫາກເປັນດົນນານຊີ້ນບໍລິເວນບາດແຜອາດ ເນົ່າເປື່ອຍ ອາດຕ້ອງຕັດອະໄວຍະວະສ່ວນນັ້ນຖີ້ມໄປ ຫຼື ອາດເສຍຊີວິດໄດ້ ແລະ ຫາກຕິດເຊື້ອໂລກບາດທະຍັກເຂົ້າສູ່ຮ່າງກາຍ ທາງບາດແຜ ອາດເຮັດໃຫ້ເສຍຊີວິດໄດ້ເຊັນດຽວກັນ. ດັ່ງນັ້ນຈຶ່ງ ຄວນໄດ້ຮັບການຊັກຢາວັນຊິນກະຕຸ້ນ ເພື່ອປ້ອງກັນເຊື້ອໂລກ ບາດທະຍັກທຸກໆ 10 ປີ ແລະ ຕ້ອງຄິດຢູ່ສະເໝີວ່າ ບໍ່ວ່າບາດແຜຈະນ້ອຍ ຫຼື ໃຫ່ຍຫາກເປິເປື້ອນຈາກເຊື້ອໂລກອາດກໍ່ໃຫ້ເກີດເປັນ ບາດທະຍັກໄດ້ ຄວນຂໍຄຳແນະນຳຈາກແພດ ເລື່ອງສັກວັນຊິນ​ເພື່ອກັນບາດ ທະຍັກ.

 

ອ່ານຕໍ່  

ແປ້ງ​ນົວ ເພີ່ມລົດຊາດອາຫານແທ້ບໍ ?

* ໃນ​ປະ​ຈຸ​ບັນ​ການ​ປຸງ​ແຕ່ງ​ອາ​ຫານ​ທຸກ​ຊະ​ນິດ​ບໍ່​ວ່າ​ຈະ​ເປັນ​ການ​ປຸງ​ແຕ່ງ​ອາ​ຫານ​ພາຍ​ໃນ​ຄອບ​ຄົວ​ ຫລື ຕາມ​ຮ້ານ​ ຂາຍ ​ອາ ​ຫານ​ຕ່າງໆ​ ມັກ​ຈະ​ໃຊ້​ແປ້ງ​ນົວ​ເພາະ​ເຊື່ອ​ວ່າ​ຈະ​ເພີ່ມ​ລົດ​ຊາດ​ຂອງ​ອາ​ຫານ ຫລາຍ​ຄົນ​ໃຫ້​ເຫດ​ຜົນ​ງ່າຍໆ​ວ່າ ​ຕິດ​ໃຈ​ໃນ​ລົດ​ ຊາດ​ຂອງ​ອາ​ຫານ ​ທີ່​ໃສ່ ​ແປ້ງ​ ນົວ​ເລີຍ​ເຮັດ​ໃຫ້​ຕົນ​ເອງ​ກາຍ​ເປັນ​ຄົນ​ທີ່​ຕິດ​ແປ້ງ​ນົວ​ໄປ​ຢ່າງ​ບໍ່​ຮູ້​ສຶກ​ຕົວ.

ດື່ມ​ກາ​ເຟ ອາດ​ຊ່ວຍ​ຫລຸດ​ຄວາມ​ຈຳ​ເສື່ອ​ມ​ໄດ

* ຄະນະນັກວິທະຍາສາດໃນ ສ.ອາເມລິກາ ໄດ້ສຶກສາຄົ້ນຄວ້າ ພົບວ່າ ການດື່ມກາເຟ 5 ຈອກຕໍ່ ວັນ ອາດຊ່ວຍຫລຸດ ບັນຫາດ້ານ ຄວາມ ຈື່ຈຳ ທີ່ເກີດຈາກພະຍາດຄວາມ ຈື່ຈຳເສື່ອມ(ອັນໄຊເມີໄດ້ດ້ານນັກ ວິໄຈ ອັງກິດ ພັດກ່າວເຕືອນ ວ່າ ຄົນເຈັບເປັນພະຍາດ ຄວາມ ຈຳ ເສື່ອມ ຍັງບໍ່ຄວນຫັນໄປດື່ມກາເຟ ເພື່ອຫວັງຜົນດັ່ງກ່າວນັ້ນ.

ອ່ານຕໍ່  

ກິນ​ຜັກ ຫລຸດ​ຄວາມ​ສ່ຽງ ​ເປັນ​ພະຍາດ​ມະ​ເຮັງ

* ຜົນການສຶກສາຄົ້ນຄວ້າໃນປະເທດອັງກິດພົບວ່າໂດຍທົ່ວໄປແລ້ວການກິນຜັກມັກມີຄວາມສ່ຽງເປັນມະເຮັງ ຫນ້ອຍ ກວ່າ ຜູ້ກິນ ຊີ້ນສັດ ແຕ່ພັດມີຄວມສ່ຽງເປັນ ພະຍາດມະເຮັງລຳໄສ້ເທົ່າກັັນ ແລະ ເປັນພະຍາດມະເຮັງປາກມົດລູກ ເພີ່ມ ຂຶ້ນ.

 

ອ່ານຕໍ່  

ນັ່ງ​ໃຊ້​ຄອມ​ພິວ​ເຕີ​ດົນ​ເກີນ​ໄປ ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ

* ນັກວິ​ໄຈ​ທາງ​ການ​ແພດ ພົບ​ວ່າ ອາການ​ເລືອດ​ແຂງ​ຕົວ​ເປັນ​ກ້ອນ​ຂອງ​ຄົນ​ເຈັບ​ທີ່​ມີ​ອາການ​ໃກ້​ຈະ ​ເສຍ​ຊີວິດ​ລາຍ ​ຫນຶ່ງ​ມີ​ສາ​ເຫດ​ມາ​ຈາກ​ການ​ທີ່​ໃຊ້​ເວລາ​ນັ່ງ​ເຮັດ​ວຽກຢ່າງ​ຕໍ່​ເນື່ອງ​ກັບ​ຄອມ​ພິວ​ເຕີ​ດົນ​ນາ​ເກີນ​ໄປ​ໂດຍ​ບໍ່​ໄດ້​ມີ​ການ​ເຄື່ອນ ​ເຫນັງ​ຮ່າງກາຍ ຫລື ລຸກ​ອອກ​ໄປ​ ທາງ​ ໃດເລີຍ ທັງ​ນີ້​ກໍ່ເພາະວ່າ ຄອມ​ພິວ​ເຕີ​ ສາມາດ​ເຮັດ​ໃຫ້​ຄົນ​ຕາຍ​ໄດ້, ​ແຕ່​ກໍ​ບໍ່​ໄດ້​ ຫມາຍ​ເຖິງ​ນັກ​ຫລິ້ນ​ເກ​ມ ທີ່​ຕາຍ​ ຕໍ່ຫນ້າ​ ເຄື່ອງ​ຄອມ​ ພິວ​ເຕີ​ຫລັງ​ຈາກ​ອົດ​ອາຫານ​...

ອ່ານຕໍ່  

ການ​ດື່ມ​ເຫລົ້າ​ ​ໃນ​ປະລິມານທ່ີ​ເໝາະ​ສົມ ຫລຸດ​ຄວາມ​ສ່ຽງ​ເປັນ​ໜີ້ວ​ຖົງ​ບີ

* ນັກວິທະຍາສາດ ຈາກມະຫາວິ ທະຍາໄລ ອິສແອງເກລຍ ປະເທດ ອັງກິດ ຢືນຢັນວ່າ ດື່ມເຫລົ້າ ໃນ ປະລິມານ ເຫມາະສົມ ຫລື ພໍ ດ້າມ ພໍດີຊ່ວຍຫລຸດຄວາມສ່ຽງເປັນໜິ້ວໃນຖົງບີ ໄດ້.
ຈາກການວິເຄາະຂໍ້ມູນຂອງ ການທົດລອງກັບຜູ້ຊາຍ ແລະ ຍິງ 25.000 ຄົນ ຊຶ່ງມີອາຍຸລະຫວ່າງ 45-74 ປີ ພົບວ່າ...

ອ່ານຕໍ່  

 

ນ້ຳ​ເຜິ້ງ

* ທ່ານ​ຜູ້​ອ່ານ​ທັງ​ຫລາຍ​ຮູ້​ກັນຫລືບໍ່ວ່າ ​ນ້ຳ​ເຜິ້ງ ທີ່​ເຮົາ​ເຫັນທຸກ​ມື້​ທີ່​ມີ​ລົດ​ຊາດ​ຫວານໆ​ນັ້ນ​ ມີ​ຄຸນ​ປະ​ໂຫຍດ​ຕໍ່​ຮ່າງ ​ກາຍ ​ເຮົາ​ ຢ່າງຫລວງ​ຫລາຍ​ຊຶ່ງນອກ​ຈາກ​ຈະ​ມີ​ຄວາມ​ຫວານ​ແລ້ວ​ກໍຍັງ​ປະ​ກອບ​ດ້ວຍ​ສານ​ຕ່າງໆ​ປະ​ມານ 50 ຊະ​ນິດ ​ແຕ່​ທ ີ່​ສຳ​ຄັນ​ກວ່າ​ໝູ່​ນັ້ນ​ໄດ້​ແກ່ ນ້ຳ ​ຕານ​ຄລູ​ໂຄສ ແລະ ຟ​ຣຸກ​ໂຕດ ທີ່​ຊ່ວຍ​ໃນ​ການ​ບຳ​ລຸງ​ຮ່າງ​ກາຍ ຊຶ່ງ​ເໝາະ​ສຳ​ລັບ​ຄົນ ​ເຈັບ ຫລື ຄົນ​ທີ່​ມີ​ສຸ​ຂະ​ພາບ​ອ່ອນ​ເພຍ.​

ອ່ານຕໍ່  

ໂຣກ 10 ຊະນິດທີ່ມັກເກີດນຳພະນັກງານຫ້ອງການ

ດ້ວຍໜ້າທີ່ຂອງພະນັກງານຍຸກໃໝ່ທີ່ຕ້ອງປະເຊີນກັບຄວາມຄຽດຈາກການເຮັດວຽກປະຈຳວັນ ເພື່ອສ້າງຖານຄວາມໝັັ້ນຄົງໃຫ້ກັບຄອບຄົວ ເຮັດໃຫ້ພະນັກງານ ສ່ວນໜຶ່ງ ປ່ອຍປະທີ່ ຈະຮັກສາສຸຂະພາບຂອງຕົນເອງ . ພະນັກງານທີ່ເຮັດວຽກໃນຫ້ອງການ ຕ້ອງໃຊ້ເວລາຫລາຍຊົ່ວໂມງ ແລະ ນັ່ງຢູ່ໜ້າຈໍຄອມພົວເຕີ ເປັນ ເວລາດົນນານ ຫລື ວຸ້ນວາຍຢູ່ກັບ ເອກະສານ ທີ່ຕ້ອງພິມ ຈົນເກືອບບໍ່ໄດ້ອອກຈາກຕັ່ງໄປເຮັດວຽກອື່ນ .


 ອ່ານຕໍ່  

ວົງການການແພດ ກວດພົບໂຣກ 5 ຊະນິດທີ່ມັກເກີດຂຶ້ນກັບຄົນຊາລາຊຶ່ງປະກອບ ດ້ວຍ:

1. ໂຣກຄວາມດັນເລືອດສູງ
ໂຣກຄວາມດັນເລືອດສູງ ເປັນໂຣກຊະນິດໜຶ່ງທີ່ຂ້າຊີວິດຄົນຊາລາຈຳນວນບໍ່ນ້ອຍໃນ ແຕ່ລະປີ. ໂຣກຄວາມດັນເລືອສູງ ສາມາດສັງເກດໄດ້ 3.ໄລຍະຄື: - ໄລຍະທີຶໜຶ່ງ: ສ່ວນໃຫຍ່, ຜູ້ ປ່ວຍຈະບໍ່ປະກົດອາການຜິດປົກກະຕິທາງຮ່າງກາຍ.  

ອ່ານຕໍ່  

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446