ຂ່າວພາຍໃນປະເທດ

ສ້າງຄວາມເຂົ້າໃຈຕໍ່ສິ່ງທ້າທາຍ ໃນການຫລຸດພ້ົນອອກຈາກປະເທດດ້ອຍພັດທະນາ

*(ຂປລ): ໃນຍຸດທະສາດປີ 2020 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 7 ປີ 2011-2015 ລັດຖະບານ ແຫ່ງ ສປປ ລາວ ໄດ້ວາງເປົ້າ ໝາຍຫລຸດພ້ົນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາ ໃຫ້ໄດ້ໃນປີ 2020. ຕໍ່ກັບການຈັດຕັ້ງປະຕິບັດເປົ້າໝາຍດັ່ງກ່າວ ສິ່ງສຳຄັນແມ່ນຕ້ອງໄດ້ ສ້າງຄວາມຮັບຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງໃນບັນຫາ ແລະ ສິ່ງທ້າທາຍທີ່ກ່ຽວພັນເຖິງມາດຕະການຂອງ ການຫລຸດພົ້ນອອກຈາກສະຖານະພາບປະເທດ ດ້ອຍພັດທະນາ. ດັ່ງນັ້ນ ໃນຕອນເຊົ້າວັນທີ 16 ພຶດສະພາ 2012 ກະຊວງແຜນການ ແລະ ການລົງທຶນ ຈຶ່ງໄດ້ຮ່ວມມືກັບອົງການສະຫະປະຊາຊາດ ເພື່ອການ ພັດທະນາຈັດກອງປະຊຸມເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃຫ້ພະນັກງານວິຊາການຈາກພາກສ່ວນ ກ່ຽວຂ້ອງ ພາຍໃຕ້ຫົວຂໍ້ “ການພັດທະນາ ຍຸດທະສາດຫລຸດພ້ົນອອກຈາກສະຖານະພາບປະເທດດ້ອຍພັດ ທະນາ ໃນປີ 2020 ຂອງ ສປປ ລາວ”. ກອງ ປະຊຸມໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ດຣ ຄຳລຽນ ພົນ ເສນາ, ລັດຖະມົນາຕີຊ່ວຍວ່າການ ກະຊວງ ແຜນການ ແລະ ການລົງທຶນ ແລະ ທ່ານ ມິງຟາມ, ຜູ້ປະສານ ງານອົງການສະຫະປະຊາຊາດ ທັງເປັນຜູ້ຕາງ ໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ.

ກອງປະຊຸມໄດ້ສຸມໃສ່ການສ້າງຄວາມເຂົ້າໃຈ ກ່ຽວກັບບັນຫາ ແລະ ສິ່ງທ້າທາຍທີ່ຈະເກີດຂຶ້ນ ໃນການຈັດຕັ້ງປະຕິບັດເປົ້າໝາຍຍຸດທະສາດດັ່ງກ່າວ ພ້ອມທັງ ນຳສະເໜີກ່ຽວກັບເນື້ອໃນດ້ານວິຊາການ ຂອງສາມມາດຕະການເພື່ອຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ແລະ ການກະກຽມນະໂຍ ບາຍ ແລະ ແຜນງານທີ່ຈຳເປັນຫລັງຈາກການຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ. ສາມມາດຕະການ ດັ່ງກ່າວລວມມີ: ລາຍໄດ້ແຫ່ງຊາດສະເລ່ຍຕໍ່ ຄົນ ຕໍ່ປີ ຕ້ອງປະຕິບັດໄດ້ປະມານ 1.428 ໂດລາສະຫະລັດ. ຕົວເລກການຊີ້ບອກທາງສັງຄົມເຊັ່ນ: ໂພສະນາການ, ອັດຕາການຕາຍຂອງເດັກ, ອັດຕາສ່ວນ ການເຂ້ົາຮຽນ ຂອງເດັກຊ້ັນມັດທະຍົມ ແລະ ອັດຕາການຮູ້ໜັງສືຂອງຜູ້ໃຫຍ່ ຕ້ອງມີດັດສະນີສູງກວ່າ 10% ຂອງຄາດໝາຍ ທີ່ກຳນົດໄວ້ ແລະ ຕ້ອງມີຄວາມ ໝັ້ນຄົງດ້ານເສດຖະກິດ ທີ່ກ່ຽວພັນກັບໂຄງສ້າງເສດຖະກິດ ແລະ ຄວາມສາມາດທີ່ຈະຮັບມືກັບຜົນກະທົບແບບກະທັນຫັນທາງດ້ານເສດຖະກິດ ເຊັ່ນໄພພິ ບັດທາງທຳມະຊາດ. ເມື່ອອີງຕາມອັດຕາການພັດທະນາຂອງ ສປປ ລາວ ໃນປະຈຸບັນ ອົງການສະຫະປະຊາຊາດໄດ້ຄາດຄະເນວ່າ ລາວ ມີເງື່ອນໄຂເໝາະ ສົມທີ່ຈະຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2018 ./.

ກັບສາລະບານ

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446