ຂ່າວພາຍໃນປະເທດ

ລົດຄຸນນະພາບ MAN ຈາກເຢຍລະມັນມີຈຳໜ່າຍໃນລາວ

* (ຂປລ) ບໍລິສັດ World Intemational Network Co,Ltd (Win)ໄດ້ຮ່ວມມືກັບ ບໍລິສັດ MAN Truck & Bus ເປັນຕົວແທນນຳເອົາລົດຍີ່ຫໍ້ MAN ທີ່ມີ ຄຸນນະພາບ ຈາກປະເທດເຢຍລະມັນ ມາຈຳໜ່າຍຢູ່ ສປປ ລາວ, ຊຶ່ງມີທັງ ປະເພດລົດ ດ້າມ, ລົດບັນທຸກຂົນສົ່ງ, ລົດປະສົມຊີມັງ ແລະ ອື່ນໆ. ທັງນີ້ ບໍລິສັດ ໄດ້ລິງເຫັນສະພາບການເຕີບໂຕທາງດ້ານເສດຖະກິດ, ການຄ້າ, ການກໍ່ສ້າງ, ການບໍລິການ, ຕະຫລອດເຖິງດ້ານການທ່ອງທ່ຽວ ທີ່ມີທວ່ງທ່ານັບມື້ຂະຫຍາຍ ຕົວຂຶ້ນ ເລື້ອຍໆ.

ທ່ານ ຣົນນະໄຊ ຊິນວັດຕະນະພົມ ຫົວໜ້າຝ່າຍບໍລິຫານ (Win) ກ່າວວ່າ: ປະເທດລາວ ເປັນປະເທດທີ່ສວຍງາມ ແລະ ອຸດົມຮັ່ງມີດ້ານຊັບພະຍາກອນທຳມະ ຊາດ, ທັງການພັດທະນາໂຄງລ່າງພື້ນຖານຢ່າງຕໍ່ເນື່ອງ, ຊຶ່ງຕົນເອງມີຄວາມດີໃຈຫລາຍທີ່ໄດ້ຮ່ວມມືກັບບໍລິສັດ MAN ນຳເຂົ້າຈຳໜ່າຍລົດ ທີ່ມີຄຸນນະພາບ ມາດຕະຖານທາງດ້ານເຕັກນິກ ທັນສະໄໝ ແລະ ມີຮູບຊົງງາມເໝາະສົມທີ່ສຸດ ໃນການຮັບໃຊ້ໂຄງການ, ການກໍ່ສ້າງ, ການຂົນສົ່ງສິນຄ້າ. ການເຈາະຕະ ຫລາດ ໃນ ສປປ ລາວ ປີທຳອິດ 2011 ສາມາດຈຳໜ່າຍລົດໃຫ້ລູກຄ້າປະມານ 50 ຄັນ, ຊຶ່ງເຮັດໃຫ້ບໍລິສັດມີຄວາມໝັ້ນໃຈໃນຜົນສຳເລັດມາເຖິງປີ 2012 ຕັ້ງ ເປົ້າຍອດຂາຍຈະເພີ່ມຂຶ້ນເປັນ 100 ຄັນ ແລະ ຄາດ່ວາຈະເພີ່ມຂຶ້ນໃນທຸກໆປີ. ເຖິງວ່າປະເທດລາວຈະມີຄູ່ແຂ່ງຢ່າງຫລວງຫລາຍ ແຕ່ກໍ ມີ ຄວາມເຊື່ອໝັ້ນໃນ ຄຸນນະພາບ ແລະ ການບໍລິການ ຂອງບໍລິສັດ, ລວມເຖິງດ້ານນະໂຍບາຍຂອງ ລັດຖະບານ ບໍລິສັດອາດດຳເນີນແບບ ຍືນຍົງໄດ້.

ດ້ວຍເຫດນີ້ ທັງສອງບໍລິສັດ ຈຶ່ງມີການລົງນາມໃນສັນຍາການຮ່ວມມື ໃນວັນທີ 14 ພຶດສະ ພາ 2012 ແລະ ມີການຖະແຫລງຂ່າວເປີດໂຕສິນຄ້າ ດັ່ງກ່າວຢ່າງ ເປັນທາງການ ໃນວັນດຽວກັນ ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ. ຫລັງຈາກນີ້ໄປທາງບໍລິສັດ ຈະສືບຕໍ່ຂະຫຍາຍຈິດຈະກຳ ຫ້ອງບໍລິການກ່ອນ ແລະ ຫລັງຂາຍ, ຫ້ອງບໍລິການອາໄລ່ ແລະ ອູ່ບໍລິການສ້ອມແປງ ທີ່ວ່ອງ ໄວທັນໃຈກັບລູກຄ້າ.

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446