ຂ່າວພາຍໃນປະເທດ

ປີ​ນີ້​ ​ນ້ຳມັນ​​ຂຶ້ນ​ລາຄາແລ້ວ 5 ຄັ້ງແຕ່ຄູ່​ຄ້າ-ເງິນທຶນ ​ຍັງ​ເປັນ​ສິ່ງ​ທ້າ​ທາຍ​ຂອງ​ເຊື້ອ​ໄຟ​ລາວ

*(ຂປລ): ທ່ານ ບຸນໜັກ ຂັນຕິສຸກ, ຫົວໜ້າລັດວິສາຫະກິດນ້ຳມັນເຊື້ອໄຟລາວສາຂາແຂວງສະຫວັນນະເຂດ ໄດ້ກ່າວເຖິງບັນຫາຕ່າງໆທີ່ກ່ຽວຂ້ອງກັບການ ດຳເນີນທຸລະກິດຂອງລັດວິສາຫະກິດນ້ຳມັນເຊື້ອໄຟລາວສາຂາແຂວງສະຫວັນນະເຂດ ໂດຍສະເພາະແມ່ນບັນຫາການຂຶ້ນ-ລົງຂອງລາຄານ້ຳມັນ ຊຶ່ງຖືວ່າໄດ້ ກາຍເປັນເລື່ອງປົກກະຕິແລ້ວ ສຳລັບການປັບລາຄານ້ຳມັນໃນໄລຍະນີ້. ທ່ານກ່າວວ່າ: ​​​ ເລີ່ມແຕ່ຕົ້ນປີ 2012 ມາຮອດປະຈຸບັນ ໄດ້ມີການຂຶ້ນລາຄາ ນ້ຳມັນ ແລ້ວ 5 ຄັ້ງ ຊຶ່ງການຂຶ້ນລາຄາແຕ່ລະຄັ້ງ ແມ່ນເປັນໄປຕາມການເຄື່ອນເໜັງຂອງລາຄານ້ຳມັນໃນຕະຫຼາດໂລກຊຶ່ງເນື່ອງມາຈາກບັນຫາພາຍໃນຂອງປະເທດ ຜູ້ຜະລິດນ້ຳມັນລາຍໃຫຍ່ຂອງໂລກ ແລະ ອີກດ້ານໜຶ່ງກໍແມ່ນບັນຫາດ້ານໄພທຳມະຊາດ ຂອງປະເທດເພື່ອນບ້ານທີ່ເປັນຄູ່ຄ້ານ້ຳມັນເຊື້ອໄຟກັບປະເທດ ເຮົາເຮັດ ໃຫ້ມີການກັກຕຸນ ນ້ຳມັນໄວ້ໃຊ້ໃນພາວະສຸກເສີນ. ສະນັ້ນ ບັນຫານີ້ ກໍມີຜົນເຮັດໃຫ້ມີການຂຶ້ນນ້ຳມັນເຊັ່ນດຽວກັນ. ສຳລັບສິ່ງທ້າທາຍໃໝ່ໃນການດຳເນີນ ທຸລະ ກິດຂອງລັດວິສາຫະກິດນ້ຳມັນເຊື້ອໄຟລາວ ໃນປະຈຸບັນ ກໍແມ່ນດ້ານເງິນທຶນ ແລະ ການປະເຊີນໜ້າກັບບັນຫາຄູ່ຄ້າຢູ່ ຕ່າງປະເທດທີ່ໄດ້ຫັນທຸລະກິດ ການລົງທຶນມາລົງທຶນຢູ່ປະເທດເຮົາດ້ວຍຕົນເອງຊຶ່ງຈະເປັນການຊຸກດັນໃຫ້ມີການແຂ່ງຂັນຫຼາຍຂຶ້ນ.

ທ່ານ ບຸນໜັກ ຂັນຕິສຸກຍັງກ່າວຕື່ມວ່າ: ​ ໃນໜຶ່ງປີຜ່ານມາ, ລັດວິສາຫະກິດນ້ຳມັນເຊື້ອໄຟ ສາຂາແຂວງສະຫວັນນະເຂດ ໄດ້ມີຕົວເລກຈຳໜ່າຍນ້ຳມັນ 49 ລ້ານ ກວ່າລິດທຽບໃສ່ແຜນການແມ່ນ 49% ( ຕາມແຜນແມ່ນ 51 ລ້ານລິດ) ​ ແລະ ຄາດວ່າໃນປີຕໍ່ໄປແມ່ນ ຈະຈຳໜ່າຍ ໃຫ້ໄດ້ 52 ລ້ານລິດ, ປະຈຸບັນ ທົ່ວແຂວງສະຫວັນນະເຂດ ມີປ້ຳບໍລິການ ຂອງນ້ຳມັນເຊື້ອໄຟ ​ 28 ​ ແຫ່ງ ແລະ ມີທຸກໆເມືອງຊຶ່ງ ແຕ່ລະແຫ່ງໄດ້ປັບປຸງດ້ານຂອດບໍລິການຫຼາຍດ້ານເພື່ອ ໃຫ້ທັນກັບສະພາບການແຂ່ງຂັນດ້ານນ້ຳມັນເຊື້ອໄຟທີ່ມີອັດຕາເພີ່ມຂຶ້ນໃນປະຈຸບັນ. ສ່ວນການນຳເຂົ້ານ້ຳມັນ ເຊື້ອໄຟ ຂອງສາຂາລັດວິສາຫະກິດນ້ຳມັນເຊື້ອໄຟ ແຂວງສະຫວັນນະເຂດ ແມ່ນມາຈາກ 2 ປະເທດຄື: ນຳເຂົ້າຈາກປະເທດໄທ 70% ​ ແລະ ນຳເຂົ້າຈາກປະເທດ ສສ ຫວຽດນາມ 30% ​ ຊຶ່ງການນຳເຂົ້າ ນ້ຳມັນເຊື້ອໄຟ ຂອງລັດວິສາຫະກິດນ້ຳມັນເຊື້ອໄຟ ສາຂາ ແຂວງສະຫວັນນະເຂດ ແມ່ນ ເພື່ອ ເຮັດສຳເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້ ໂດຍສະເພາະ ກໍແມ່ນການ ຕອບສະໜອງດ້ານພະລັງງານເຊື້ອໄຟໃຫ້ພາກລັດ ແລະ ເອກະຊົນຢ່າງທົ່ວເຖິງ ./.

ກັບສາລະບານ

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446