ກິລາບານສົ່ງໃນຮົ່ມ ຍິງ-ຊາຍ ກະຊວງປ້ອງກັນປະເທດ ຮວບ 2 ຫລຽນຄຳ

(ຂປລ):ການແຂ່ງຂັນບານສົ່ງໃນຮົ່ມ ຍິງ-ຊາຍ ໃນງານມະຫາກຳ ກິລາແຫ່ງຊາດ ຄັ້ງທີ IX ຫລື “ ໄກ່ຜູ້ໂອກເກມ ” ໄດ້ມີການແຂ່ງຂັນຮອບຄັດເລືອກ ມາແຕ່ ວັນທີ 10 ທັນວາ 2011 , ໄດ້ສຳເລັດລົງແລ້ວໃນວັນທີ 20 ທັນວາ 2011, ຊຶ່ງຜູ້ເຂົ້າຮ່ວມຮອບຊິງຊະນະເລີດແມ່ນການພົບປະກັນລະຫວ່າງ ກະຊວງປ້ອງກັນ ປະເທດ ແລະ ນະຄອນຫລວງວຽງຈັນ ໂດຍມີ ທ່ານທອງລູນ ສີສຸລີດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແລະ ທ່ານ ພົນໂທ ດວງໃຈພິຈິດ ກຳມະການກົມການເມືອງສຸູນກາງພັກ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງປ້ອງ ກັນປະເທດ ພ້ອມຜູ້ຊົມອ້ອມຂ້າງສະໜາມຢ່າງໜາແໜ້ນເຂົ້າຮ່ວມ.
ສຳລັບທິມບານສົ່ງຍິງ ມີທັງໝົດ 11 ທິມ ທີ່ໄດ້ເຂົ້າຮ່ວມການແຂ່ງຂັນ ຊຶ່ງມີສອງສາຍ ຄື: ສາຍ ກໍ ປະກອບມີ ແຂວງຫລວງພະບາງ, ກະຊວງ ປກສ, ແຂວງ ສະຫວັນນະເຂດ, ແຂວງຊຽງຂວາງ ແລະ ແຂວງອຸດົມໄຊ, ສ່ວນສາຍ ຂໍ ປະກອບມີ: ທິມນະຄອນຫລວງວຽງຈັນ, ກະຊວງປ້ອງກັນປະເທດ, ແຂວງອັດຕະປື, ແຂວງໄຊຍະບູລີ ແລະ ແຂວງວຽງຈັນ. ຜ່ານການແຂ່ງຂັນແຕ່ຕົ້ນຈົນມາຮອດຮອບຊິງຊະນະເລີດ ຜົນປະກົດວ່າ ທິມບານສົ່ງຍິງກະຊວງປ້ອງກັນປະເທດ ເອົາຊະນະ ທິມນະຄອນຫລວງວຽງຈັນ ດ້ວຍຄະແນນ 25-17, 25-17, ແລະ 25-23 ຄະແນນໄດ້ຮັບຫລຽນຄຳ, ສ່ວນຫລຽນເງິນເປັນຂອງນະຄອນຫລວງ ວຽງຈັນ ແລະຫລຽນທອງເປັນຂອງ ກະຊວງ ປກສ.
ສ່ວນທິມບານສົ່ງຊາຍ ມີທັງໝົດ 9 ທິມ ແບ່ງເປັນ 2 ສາຍຄື: ສາຍ ກໍ ປະກອບມີ ແຂວງຊຽງຂວາງ, ສະຫວັນນະເຂດ, ກະຊວງ ປກສ, ແຂວງຫລວງພະບາງ ແລະ ແຂວງອັດຕະປື. ສາຍຂໍ ມີແຂວງອຸດົມໄຊ, ໄຊຍະບູລີ, ນະຄອນຫລວງວຽງຈັນ ແລະ ກະຊວງປ້ອງກັນປະເທດ, ຜ່ານການແຂ່ງຂັນມາຈົນຮອດຮອບຊິງ ຊະນະເລີດ ເປັນການພົບກັນ ລະຫວ່າງ ນະຄອນຫລວງວຽງຈັນ ພົບກັບກະຊວງປ້ອງກັນປະເທດ ຜົນປະກົດວ່າ ກະຊວງປ້ອງກັນປະເທດ ເອົາຊະນະ ນະຄອນຫລວງວຽງຈັນ 3 ເຊັດລວດ ດ້ວຍຄະແນນ 25-22, 25-22 ແລະ 25-18 ຄະແນນ, ໄດ້ຮັບຫລຽນຄຳ ໄປຄອບຄອງ, ນະຄອນຫລວງຽງຈັນ ໄດ້ຮັບຫລຽນເງິນ ແລະ ຫລຽນທອງເປັນຂອງ ທິມນັກກິລາຈາກແຂວງສະຫວັນະເຂດ.
ກັບສາລະບານ