ດາວທຽມ VINASAT-2 ຂອງຫວຽດນາມ ຖືກສົ່ງຂຶ້ນສູ່ວົງໂຄຈອນ
ການຍິງສົ່ງດາວທຽມ VINASAT-2 ຂອງຫວຽດນາມ ແລະ ດາວທຽມ JCSAT-13 ຂອງຍີ່ປຸ່ນ (ດາວທຽມທັງສອງດວງ ຖືກຍິງສົ່ງພ້ອມກັນ) ໄດ້ມີຂຶ້ນໃນເວລາ 5 ໂມງ 13 ນາທີ ຂອງວັນທີ 16 ພຶດສະພານີ້ ໂດຍການໃຊ້ລູກສອນໄຟ ອາຣຽນ 5 (Ariane 5) ຂອງບໍລິສັດຂົນສົ່ງ ການບິນອາວະກາດເອີຣົບ Arianespace ຍິງຂຶ້ນຈາກສະຫນາມຍິງສົ່ງ Kouru, ກູຍຢານາ (ໃນເຂດອາເມລິກາໃຕ້), ຊຶ່ງເປັນບ່ອນດຽວກັນກັບການສົ່ງດາວທຽມ VINASAT-1 ປະສົບຜົນສຳເລັດ ເມື່ອ 4 ປີກ່ອນ.
ປະທານາທິບໍດີຝຣັ່ງ ແຕ່ງຕັ້ງນາຍົກລັດຖະມົນຕີຄົນໃຫມ່
ພາຍຫລັງທີ່ເຂົ້າພິທີສາບານຕົວຮັບຕຳແຫນ່ງ ໃນວັນທີ 15 ພຶດສະພາແລ້ວ, ໃນວັນດຽວກັນ, ປະທານາທິບໍດີ ຟຣັງຊວາ ໂອລັງ (Francois Hollande), ໄວ 57 ປີ ກໍໄດ້ແຕ່ງ ຕັ້ງໃຫ້ທ່ານ ຊັງ ມາກ ໄອໂຣນ (Jean Marc Ayrault) ດຳລົງຕຳແຫນ່ງນາຍົກລັດຖະມົນຕີຂອງປະເທດນີ້ ຢ່າງເປັນທາງການ ໃນອາຍຸການ 2012-2017. .
ຣັດເຊຍ ສົ່ງຍານອາວະກາດໂຊຢຸສຂຶ້ນ ເມືອ ຍັງ ISS
ອົງການການບິນອາວະກາດຣັດເຊຍ ໄດ້ປະສົບຜົນສຳເລັດ ການສົ່ງຍານອາວະກາດ ໂຊຢຸສ (Soyuz) ຕິດຕາມດ້ວຍຈຸນັກບິນອາວະກາດຊາວຣັດເຊຍ 2 ຄົນ ໄດ້ແກ່ ເກນນາດີ ປາດາລກາ ແລະ ແຊກເກ ເຣວິນ ແລະ ຊາວອາເມລິກາ 1 ຄົນ ໄດ້ແກ່ ໂຈເຊບ ອາຄາບາ ຂຶ້ນເມືອຍັງສະຖານີອາວະກາດສາກົນ (ISS). ການສົ່ງຍານອາວະກາດເທື່ອນີ້ ມີຂຶ້ນທີ່ສະຫນາມບິນອາວະກາດ ໄບໂກນົວ ໃນກາຊັກສຖານ ເມື່ອວັນທີ 15 ພຶດສະພານີ້.
ອັດຕາເງິນເຟີ້ຂອງອິນເດຍ ຮ້າຍແຮງກວ່າທີ່ຄາດໄວ້
(ຂປລ): ລັດຖະບານ ອິນເດຍ ລາຍງານໃນວັນທີ 14 ພຶດສະພາ ລະບຸວ່າ ລາຄາອາຫານ ແລະ ສິນຄ້າທີ່ສູງຂຶ້ນ ສົ່ງຜົນໃຫ້ອັດຕາເງິນເຟີ້ຂອງ ອິນເດຍ ໃນເດືອນເມສາ ພຸ່ງແຕະລະດັບ 7,2% ຮ້າຍແຮງກວ່າທີ່ຄາດຄະເນໄວ້ ແລະ ສູງກວ່າເດືອນມີນາ ເຊິ່ງອັດຕາເງິນເຟີ້ຢູ່ທີ່ 6,9%.
4 ປະເທດໃນອາຊີຕາເວັນອອກສ່ຽງໃຕ້ ອາດຈະສ້າງເຂດເສດຖະກິດພິເສດຢູ່ເຂດຊາຍແດນ
ຂປລ: ຕາມຂ່າວວິທະຍຸສາກົນແຫ່ງປະເທດຈີນ, ທ່ານ ເກວວິນ ຈຸຊຸຟ ເລຂາທິການ ກະຊວງວຽກງານທາງທະເລ ແລະ ການປະມົງຂອງອິນໂດເນເຊຍ ກ່າວໃນກອງປະຊຸມ ເຂດເຕີບ ໂຕພາກຕາເວັນອອກຂອງອາຊຽນ ທີ່ໄຂຂຶ້ນເມື່ອບໍ່ດົນມານີ້ວ່າ ອິນໂດເນເຊຍ, ບູຣໄນ, ມະເລເຊຍ ແລະ ຟິລິບປິນ ຈະປຶກສາຫາລືຄວາມອາດເປັນໄປໄດ້ ກ່ຽວກັບການສ້າງ ເຂດເສດຖະກິດພິເສດ ຢູ່ເຂດຊາຍແດນຂອງສີ່ປະເທດ.
ການເລືອກຕັ້ງໃນປະເທດຕ່າງໆ
ໄພທຳມະຊາດຍັງສືບຕໍ່ເກີດຂຶ້ນຢູ່ຫລາຍປະເທດ
ຣູມານີ ລົງນາມຂໍ້ຕົກລົງກັບ IMF ກ່ຽວກັບການຂຶ້ນເງິນເດືອນລັດຖະກອນ
ເບນຊິກ ຈະໃຫ້ການຊ່ວຍເຫລືອແກ່ ອັຟການິສຖານ